ສືບຕໍ່ຢັ້ງຢືນເຄື່ອງໝາຍແລະ ອິດທິພົນຊື່ສຽງ ຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ໃນການແຂ່ງຂັນຊີງລາງວັນຄ້ອນຕີ ແລະ ກ່ຽວຄໍາ ຄັ້ງທີ 7
04/02/2023 13:45
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຄົບຮອບ 93 ປີ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2023), ຕອນຄໍ່າວັນທີ 3 ກຸມພາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ໄດ້ດໍາເນີນພິທີມອບ ລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽກງານກໍ່ສ້າງພັກ (ລາງວັນຄ້ອນຕີ ແລະ ກ່ຽວຄໍາ) ຄັ້ງທີ 7 - ປີ 2022. ເຂົ້າຮ່ວມການແຂ່ງຂັນຊີງລາງວັນຄ້ັງນີ້, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ມີຫຼາຍຜົນງານທີ່ມີຄຸນນະພາບດີ, ເນື້ອໃນສ່ອງແສງໃຫ້ເຫັນຫຼາຍແງ່ມູມ, ຕິດແທດກັບພຶດຕິກຳຕົວຈິງຂອງບັນຫາ ຕ່າງໆໃນວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ.

ນັກຂ່າວ ຟານແທັງຮ່າ ຕ່າງໜ້າກຸ່ມຂຶ້ນຮັບລາງວັນ
TAG
VOV/VOVworld/ຄ້ອນຕີກ່ຽວຄໍາ/ລາງວັນ/ສື່ມວນຊົນ
Related








