ທ່າອ່ຽງ Start up ໃນຂົງເຂດກະສິກຳ
22/05/2021 23:00
(VOVWORLD) - ບໍ່ພຽງແຕ່ຢູ່ບັນດານະຄອນໃຫຍ່, ບັນດາສູນເສດຖະກິດໃນທົ່ວປະເທດເທົ່ານັ້ນ, ຫາກໃນຊຸມປີມໍ່ໆມານີ້, ຂະບວນການຊາວໜຸ່ມ Start up, ກໍ່ຮ່າງສ້າງຕົວ ຍັງໄດ້ແຜ່ກະຈາຍຢູ່ຫຼາຍທ້ອງຖິ່ນ ແລະ ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນເຂົ້າໃນການຍົກລະດັບເສດຖະກິດສັງຄົມຢູ່ຫຼາຍທ້ອງຖິ່ນ ທີ່ຍັງປະສົບກັບຄວາມຫຍຸ້ງຍາກ. ຢູ່ແຂວງ ກວ໋າງນາມ ແລະ ບັກກ້ານ, ມີຊາວໜຸ່ມຫຼາຍຄົນ ໄດ້ຢັ້ງຢືນກຳລັງແຮງໜຸ່ມຂອງຕົນເປັນເທື່ອລະກ້າວ ໂດຍຜ່ານຫຼາຍຮູບແບບເສດຖະກິດທີ່ມີປະສິດທິຜົນ.

ໂດຍຮຽນຈົບຈາກມະຫາວິທະຍາໄລກາຍຍະກຳ ແລະ ກິລາ ນະຄອນ ໂຮ່ຈີມິນ ເມື່ອປີ 2017 ແຕ່ ຫງວຽນແທັ່ງລວ້ນ, ຢູ່ຕາແສງ ຕາມຝູ, ນະຄອນ ຕາມກີ່, ແຂວງ ກວ໋າງນາມ ກໍ່ບໍ່ເດີນຕາມເສັ້ນທາງກິລາ ຫາກກັບເມືອບ້ານເກີດເມືອງນອນ Start up ດ້ວຍຮູບແບບປູກເຫັດຖັ່ງເຊົາ. ປີ 2018, ຫງວຽນແທັ່ງລ້ວນ ໄດ້ລົງທຶນອຸປະກອນ, ແນວພັນ ແລະ ປຸກເຮືອນຮົ່ມເພື່ອປູກເຫັດຊະນິດທີ່ແປກໃໝ່ນີ້ຢູ່ບ້ານເກີດຂອງຕົນ. ມາຮອດປັດຈຸບັນ, ສະຫະກອນ ເຫັດຖັ່ງເຊົາ ຂອງ ຫງວຽນແທັ່ງລ້ວນ ມີຫົວເຊື້ອເຫັດ 80.000 ຫົວ, ນຳມາເຊິ່ງລາຍຮັບບັນລຸຫຼາຍກວ່າ 3 ຕື້ດົ່ງຕໍ່ປີ, ອັນໄດ້ແກ້ໄຂວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ແຮງງານຫຼາຍຄົນໃນທ້ອງຖິ່ນ.
TAG
VOV/VOVworld/Start up/ຊາວໜຸ່ມ/ບ້ານເກີດເມືອງນອນ/ເສດຖະກິດ/ຖັ່ງເຊົາ/ລ້ຽງອົ້ນ
Related








