VOV WorldVOV World
ທ່ານ​ ເລ​ດຶກ​ເທາະ - ການ​ນຳ​ຜູ້​ປີ​ຊາ​ສາ​ມາດ​ກັບ​ການ​ເຈ​ລະ​ຈາ ປາ​ຣີ ​ປະ​ຫວັດ​ສາດ
26/01/2023 06:00
(VOVWORLD) -ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ, ທ່ານ ເລດຶກເທາະ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວຢູ່ສະໜາມຮົບພາກໃຕ້ເປັນເວລາຫຼາຍປີໃນໄລຍະຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ກູ້ຊາດ. ທ່ານ ເລດຶກເທາະ ກໍຮັບດຳລົງຫຼາຍຕຳແໜ່ງສຳຄັນຂອງພັກ ແລະ ມີການປະກອບສ່ວນສຳຄັນພິເສດໃນບົດບາດເປັນທີ່ປຶກສາພິເສດຂອງຄະນະເຈລະຈາຂອງລັດຖະບານ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ຢູ່ກອງປະຊຸມ ປາຣີ ປີ 1973 ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່.
ທ່ານ​ ເລ​ດຶກ​ເທາະ - ການ​ນຳ​ຜູ້​ປີ​ຊາ​ສາ​ມາດ​ກັບ​ການ​ເຈ​ລະ​ຈາ ປາ​ຣີ ​ປະ​ຫວັດ​ສາດ
ເດືອນ ເມສາ 1968, ເມື່ອຮັບບົດບາດເປັນຮອງເລຂາທິການສູນກາງ ກົມພາກໃຕ້, ທ່ານ ເລດຶກເທາະ ໄດ້ຮັບຄຳສັ່ງຈາກ ປະທານໂຮ່ຈີມິນ ໃຫ້ກັບມາຮ່າໂນ້ຍ ໂດຍດ່ວນ ເພື່ອກະກຽມເດີນທາງໄປຍັງ ປາຣີ ດ້ວຍພາລະກຳ “ເປັນທີ່ປຶກສາພິເສດ” ຄະນະຜູ້ແທນລັດຖະບານ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ເຈລະຈາແບບເຊິ່ງໜ້າກັບຜູ້ຕາງໜ້າ ອາເມລິກາ ກ່ຽວກັບການສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່ ຢູ່ ຫວຽດນາມ.
TAG
VOV/VOVworld/ເລດຶກເທາະ/ເຈລະຈາ/ສັນຍາ ປາຣີ/ຢຸດຕິສົງຄາມ