ວິສາຫະກິດ ຫວຽດນາມ ໝູນໃຊ້ສັນຍາ EVFTA ເປັນຢ່າງດີ
02/12/2022 09:40
(VOVWORLD) -ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) (EVFTA) ມີຜົນສັກສິດນັບແຕ່ວັນທີ 1 ສິງຫາ 2020. ພາຍຫຼັງ ການປະຕິບັດສັນຍາມາເປັນເວລາ 2 ປີກໍ່ແມ່ນໄລຍະເວລາ ເຊິ່ງເສດຖະກິດໂລກ ແລະ ຫວຽດນາມ ປະເຊີນໜ້າກັບບັນດາການຜັນແປທີ່ບໍ່ເຄີຍມີມາກ່ອນ, ນັບແຕ່ເກີດພະຍາດໂຄວິດ - 19 ກໍ່ໄດ້ເຮັດໃຫ້ລະບົບສະໜອງທົ່ວໂລກຂາດວັກຂາດຕອນ, ຕະຫຼອດຮອດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດ ຫວຽດນາມ ຍັງຍາດແຍ່ງທ່າໄດ້ປຽບຈາກສັນຍາ EVFTA ຊ່ວຍການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ EU ມີການພັດທະນາດີພໍສົມຄວນ, ພ້ອມກັນນັ້ນກໍ່ແມ່ນຊຸກຍູ້ການສົ່ງອອກ ຫວຽດນາມ ໄປຍັງບັນດາຕະຫຼາດຄູ່ຮ່ວມມື.

ກອງປະຊຸມສຳມະນາ “ຕີລາຄາສອງປີແຫ່ງການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ຢູ່ ຫວຽດນາມ ນັບແຕ່ແງ່ມູມວິສາຫະກິດ”
TAG
VOV/VOVworld/EVFTA/ຫວຽດນາມ
Related








