ຮ່ວມແຮງຮ່ວມໃຈສ້າງເຮືອນແຫ່ງສາຍຈິດມິດໃຈຈາກແຫຼ່ງທຶນ 1.000 ດົ່ງ
03/04/2021 08:00
(VOVWORLD) -ໃນໄລຍະເກືອບ 8 ປີຜ່ານມາ, ມີນັບສີບຄອບຄົວນັກຮຽນທຸກຍາກຢູ່ເມືອງ ກຣົວ ປັ໊ກ, ແຂວງ ດັ໊ກລັ໊ກ, ໄດ້ຮັບການໜູນຊ່ວຍກໍ່ສ້າງເຮືອນຢູ່ຖາວອນ, ສວຍງາມກວ່າ.

ດ້ວຍເລື່ອງບັນດາສະມາຊິກຊາວໜຸ່ມ ແລະ ນັກຮຽນປະກອບເງິນ 1.000 ດົ່ງໃນແຕ່ລະປີເພື່ອສ້າງກອງທຶນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ໃນໄລຍະເກືອບ 8 ປີຜ່ານມາ, ມີນັບສີບຄອບຄົວນັກຮຽນທຸກຍາກຢູ່ເມືອງ ກຣົວ ປັ໊ກ, ແຂວງ ດັ໊ກລັ໊ກ, ໄດ້ຮັບການໜູນຊ່ວຍກໍ່ສ້າງເຮືອນຢູ່ຖາວອນ, ສວຍງາມກວ່າ. ບັນດາເຮືອນທີ່ໄດ້ ກໍ່ສ້າງຈາກແຫຼ່ງທຶນ 1.000 ດົ່ງນັ້ນ ໄດ້ຊ່ວຍໃຫ້ພວກນ້ອງ ແລະ ຄອບຄົວມີຄວາມໄວ້ເນື້ອເຊື່ອໃຈ, ມີມານະຈິດເພື່ອບືນຕົວຂຶ້ນໃນການຮ່ຳຮຽນ ແລະ ການດຳລົງຊີວິດ. ໃນທາມກາງແສງແດດຮ້ອນເອົ້າຂອງຕອນທ່ຽງ, ອ້າຍ ອີດຸ໊ດ ເອບານ, ຢູ່ບ້ານ ກຟລາງ, ແຂວງ ດັ໊ກລັ໊ກ ຍັງເມົາມົວກັບການເທພື້ນເຮືອນ. ອ້າຍ ອີດຸ໊ດ ໃຫ້ຮູ້ວ່າ, ອ້າຍໄດ້ຍາດເວລາເຮັດໃຫ້ສຳເລັດ ເພື່ອໃຫ້ນາຍຊ່າງເຮັດຂັ້ນຕອນຕໍ່ໄປ. ໃນຫຼາຍປີມານີ້, 2 ຜົວເມຍລ້ວນແຕ່ໄດ້ໄປເຮັດຮັບຈ້າງ, ດົນໆຈຶ່ງກັບເມືອບ້ານເທື່ອໜຶ່ງ, ລູກນ້ອຍ 3 ຄົນຕ້ອງຝາກນຳແມ່ຕູ້ເບິ່ງຊ່ວຍ. ເຮືອນຫຼັງເກົ່າຂອງ 2 ຜົວເມຍ ຄວາມຈິງນັ້ນແມ່ນຕູບນ້ອຍມີເນື້ອທີ່ປະມານ 10 ຕາແມັດ ເທົ່ານັ້ນ.
TAG
VOV/VOVworld/ໜ່ວຍຊາວໜຸ່ມ/ເຮືອນຢູ່ຖາວອນ
Related








