VOV WorldVOV World
ເປີດ​ຕົວ​ຊຸດເຄື່ອງ​ມືນະ​ໂຍ​ບາຍ​ຊຸກ​ຍູ້​ນັກ​ທຸ​ລະ​ກິດ​ຍິງ ອາ​ຊຽນ
24/11/2022 11:21
(VOVWORLD) -ບັນດາວິສາຫະກິດ ໂດຍແມ່ຍິງນຳພາສາມາດເປັນກຳລັງໜູນສຳຄັນແກ່ການພັດທະນາແບບກວມລວມ, ການຮັບມື ແລະ ຄວາມຍືນຍົງຂອງພາກພື້ນ, ພ້ອມທັງໃຫ້ຮູ້ວ່າ ESCAP ພວມມານະພະຍາຍາມແກ້ໄຂສິ່ງກີດຂວາງກ່ຽວກັບລະບອບລະບຽບການ, ການເງິນ ແລະ ກຳລັງຄວາມສາມາດ ເຊິ່ງວິສາຫະກິດຫຼາຍແຫ່ງພວມປະເຊີນໜ້າ.
ເປີດ​ຕົວ​ຊຸດເຄື່ອງ​ມືນະ​ໂຍ​ບາຍ​ຊຸກ​ຍູ້​ນັກ​ທຸ​ລະ​ກິດ​ຍິງ ອາ​ຊຽນ
        ວັນທີ 23 ພະຈິກ, ຢູ່ນະຄອນຫຼວງ ຈາກາຕາ (ປະເທດ ອິນໂດເນເຊຍ), ອາຊຽນ, ຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກຂອງ ສປຊ (ESCAP) ແລະ ລັດຖະບານ ການາດາ ໄດ້ເປີດຕົວຊຸດເຄື່ອງມືນະໂຍບາຍ “ເພີ່ມທະວີຄວາມສາມາດດຳເນີນທຸລະກິດຂອງແມ່ຍິງໃນນະໂຍບາຍຕ່າງໆ ແລະ ແຜນການກະທຳແຫ່ງຊາດກ່ຽວກັບຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME)”.         ທ່ານຮອງເລຂາຜູ້ບໍລິການ ESCAP, ທ່ານ Kaveh Zahedi ຖືວ່າ ບັນດາວິສາຫະກິດ ໂດຍແມ່ຍິງນຳພາສາມາດເປັນກຳລັງໜູນສຳຄັນແກ່ການພັດທະນາແບບກວມລວມ, ການຮັບມື ແລະ ຄວາມຍືນຍົງຂອງພາກພື້ນ, ພ້ອມທັງໃຫ້ຮູ້ວ່າ ESCAP ພວມມານະພະຍາຍາມແກ້ໄຂສິ່ງກີດຂວາງກ່ຽວກັບລະບອບລະບຽບການ, ການເງິນ ແລະ ກຳລັງຄວາມສາມາດ ເຊິ່ງວິສາຫະກິດຫຼາຍແຫ່ງພວມປະເຊີນໜ້າ.         ຊຸດເຄື່ອງມືນະໂຍບາຍໂດຍ ESCAP, ສົມທົບກັບ 10 ປະເທດ ອາຊຽນ ພັດທະນາ ເພື່ອຊ່ວຍໃຫ້ນັກວາງແຜນກຳນົດນະໂຍບາຍເຂົ້າຮ່ວມການຊຸກຍູ້ນ້ຳໃຈດຳເນີນທຸລະກິດຂອງແມ່ຍິງ ອາຊຽນ.
TAG
VOV/VOVworld/ESCAP/ນະ​ໂຍ​ບາຍ/ນັກ​ທຸ​ລະ​ກິດ​ຍິງ