VOV WorldVOV World
Gojek ຫວຽດ​ນາມ ແລະ ພາ​ລະ​ກຳ​ໜູນ​ຊ່ວຍ​ຄູ່​ຮ່ວມ​ມື​ຜູ້​ຂັບ​ລົດພັດ​ທະ​ນາ​ແບບ​ຍືນ​ຍົງ
02/06/2023 01:55
(VOVWORLD) - ໂດຍປະກົດຕົວຢູ່ ຫວຽດນາມ ນັບແຕ່ປີ 2018, ມາຮອດປັດຈຸບັນ Gojek ຫວຽດນາມ ນອນໃນກຸ່ມບໍລິສັດ Go To (ອິນໂດເນເຊຍ) ມີຜູ້ຂັບລົດກ່ວາ 200.000 ຄົນ. ໃນການເຄື່ອນໄຫວເປັນເວລາ 5 ປີ, Gojek ຫວຽດນາມ ຍາມໃດກໍ່ຮັກສາຄຳໝັ້ນສັນຍາທີ່ຍາວນານຂອງຕົນໃນການສ້າງບັນດາຜົນກະທົບທີ່ຕັ້ງໜ້າ, ໜູນຊ່ວຍບັນດາຜູ້ຂັບລົດຮັກສາການທຳມາຫາກິນ ແລະ ພັດທະນາແບບຍືນຍົງ. ບົດຂຽນຂອງນັກຂ່າວ ຫງວຽນຮ່າ.
Gojek ຫວຽດ​ນາມ ແລະ ພາ​ລະ​ກຳ​ໜູນ​ຊ່ວຍ​ຄູ່​ຮ່ວມ​ມື​ຜູ້​ຂັບ​ລົດພັດ​ທະ​ນາ​ແບບ​ຍືນ​ຍົງ
ພາບປະກອບ ທ້າວ ຟ້າມແທັງດາດ, ອາຍຸ 22 ປີ, ນັກສຶກສາປີທີ 3 ຂອງມະຫາວິທະຍາໄລ ຊົນລະປະທານ, ບ້ານເກີດຢູ່ ຫ໋າຍເຢືອງ, ຫາກໍ່ສຳເລັດການໄປສົ່ງຜູ້ໂດຍສານ ຖ້ຽວທີ 5 ໃນວັນຂອງຕົນ. ການເຮັດວຽກກັບ Gojek ແມ່ນວຽກ partime ເຊິ່ງ ທ້າວ ດາດ ເລືອກເອົາເພື່ອຫາເງິນຕື່ມ ໃນໄລຍະເວລາຮຽນຢູ່ນະຄອນຫຼວງ. ແຕ່ລະວັນ ດາດ ຈະໄປສົ່ງຜູ້ໂດຍສານແຕ່ 15 – 20 ຖ້ຽວ, ມື້ໃດໄວຈະໃຊ້ເວລາ 5 – 6 ຊົ່ວໂມງ, ມື້ໃດມີຄົນໃຊ້ບໍລິການໜ້ອຍກໍຈະໃຊ້ເວລາແຕ່ 7 – 8 ຊົ່ວໂມງ. ດ້ວຍລາຍຮັບປະມານ 5 – 6 ລ້ານດົງຕໍ່ເດືອນ, ການເຮັດວຽກກັບ Gojek ຊ່ວຍ ດາດ ສາມາດຈ່າຍຄ່າຫ້ອງເຊົ່າ, ການດຳລົງຊີວິດປະຈຳວັນ, ຄ່າຮຽນ ແລະ ສ່ວນໜຶ່ງແມ່ນເພື່ອເກັບທ້ອນ. ໂດຍຕ່າງກັນກັບ ທ້າວ ດາດ, ສຳລັບທ້າວ ເລວັນຈ້ອງ ຢູ່ ນາມຕືລຽມ, ຮ່າໂນ້ຍ ແລ້ວ, ແຫຼ່ງລາຍຮັບຈາກການເຮັດວຽກກັບ Gojek ແມ່ນແຫຼ່ງລາຍຮັບຕົ້ນຕໍສຳລັບຄອບຄົວທີ່ມີ 4 ຄົນ. ໂດຍເລີ່ມເຮັດວຽກກັບ Gojek ແຕ່ປີ 2020 ໃນເວລານັ້ນຍັງມີຊື່ວ່າ Goviet, ມາຮອດປັດຈຸບັນ ທ້າວ ຈ້ອງ ກໍ່ໄດ້ເຮັດວຽກເປັນເວລາ 3 ປີແລ້ວ. ເດືອນໃດມີລາຍຮັບສູງສຸດ ກໍ່ຫຼາຍກ່ວາ 20 ລ້ານດົ່ງ, ລວມທັງເງິນເປີເຊັນລາຍຮັບຈາກຖ້ຽວບໍລິການລູກຄ້າ (ເງິນຂະຫຍັນ) ແລະ ເງິນໂບນັດຂອງບໍລິສັດ. ເມື່ອແບ່ງປັນກ່ຽວກັບສາຍເຫດທີ່ເຂົ້າເຮັດວຽກ ແລະ ຕິດພັນກັບ Gojek ຫວຽດນາມ, ທ້າວ ດາດ ແລະ ທ້າວ ຈ້ອງ ໃຫ້ຮູ້ວ່າ: ໃນຕົວຈິງແລ້ວ, ຕອນທຳອິດນ້ອງກໍ່ລັງເລໃຈ ລະຫວ່າງບັນດາແອັບພລີເຄຊັ້ນລົດໂດຍສານເຕັກໂນໂລຢີ
TAG
VOV/VOVworld/Gojek/ຫວຽດ​ນາມ