ໜູນຊ່ວຍນັກສຶກສາ ລາວ, ກຳປູເຈຍ ຢູ່ ຮ່າໂນ້ຍ ຍົກສູງຄຸນນະພາບຊີວິດການເປັນຢູ່ ແລະ ການຮ່ຳຮຽນ
08/05/2022 10:15
(VOVWORLD) -ຕາມຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານການສຶກສາ ລະຫວ່າງລັດຖະບານ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລ້ວ, ແຕ່ລະປີ, ນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບນັກສຶກສາ ລາວ ແລະ ກຳປູເຈຍ ນັບຮ້ອຍຄົນມາຮ່ຳຮຽນຢູ່ບາງໂຮງຮຽນຈຸດສຸມຄື: ມະຫາວິທະຍາໄລສັບພະວິຊາ, ມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລກໍ່ສ້າງ, ມະຫາວິທະຍາໄລວິທະຍາສາດສັງຄົມ - ມະນຸດສາດ… ພ້ອມກັບໂຮງຮຽນ, ສູນໜູນຊ່ວຍວຽກງານກໍ່ສ້າງສາກົນ (ສັງກັດກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ) ແມ່ນຫົວໜ່ວຍຄຸ້ມຄອງໂດຍກົງ, ໃຫ້ການໜູນຊ່ວຍນັກສຶກສາຕ່າງປະເທດເວົ້າລວມ ແລະ ນັກສຶກສາ ລາວ - ກຳປູເຈຍ ເວົ້າສະເພາະ, ຊ່ວຍໃຫ້ພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກນັບທັງດ້ານວັດຖຸ ແລະ ຈິດໃຈ, ຍົກສູງຄຸນນະພາບຊີວິດການເປັນຢູ່ ແລະ ການສຶກສາຮ່ຳຮຽນ.

ໃນຊຸມວັນກາງເດືອນ ເມສາ ຜ່ານມາ, ພາຍຫຼັງຖືກຕັດຕອນມາເປັນເວລາ 2 ປີຍ້ອນໂລກລະບາດໂຄວິດ - 19, ກິດຈະກຳສະເຫຼີມສະຫຼອງບຸນປີໃໝ່ ທີ່ເປັນມູນເຊື້ອຂອງລາວ ແລະ ບຸນ Chol Chhnam Thomay ຂອງ ກຳປູເຈຍ ຈຶ່ງໄດ້ຈັດຂຶ້ນຢູ່ສູນໜູນຊ່ວຍວຽກງານການກໍ່ສ້າງສາກົນ, ຢູ່ເຮືອນເລກທີ 23 ຕ້າກວາງບືວ, ຮ່າໂນ້ຍ. ໂດຍກຳແໜ້ນໄດ້ຄວາມມຸ່ງມາດປາດຖະໜາຂອງນັກສຶກສາ, ທາງສູນໄດ້ໜູນຊ່ວຍງົບປະມານ, ສ້າງເງື່ອນໄຂເພື່ອຈັດພິທີສະຫຼອງວັນປີໃໝ່, ແນໃສ່ຊ່ວຍໃຫ້ພວກນ້ອງສາມາດຕ້ອນຮັບບຸນປີໃໝ່ປະຈຳຊາດຂອງຕົນໃນບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ອົບອຸ່ນ. ສຳລັບ Sok Sovanndeth ແລະ Khamphut Inchung ແລ້ວ, ພິທີສະຫຼອງບຸນປີໃໝ່ນີ້ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງບັນເທົາຄວາມຄິດຮອດບ້ານເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ເພີ່ມທະວີການພົບປະແລກປ່ຽນ ແລະ ທຳຄວາມເຂົ້າໃຈເຊິ່ງກັນແລະກັນອີກດ້ວຍ.
TAG
VOV/VOVworld/ຮ່ຳຮຽນ/ນັກສຶກສາ/ລາວ/ກຳປູເຈຍ/ດຳລົງຊີວິດ
Related








