ຫວຽດນາມ - ສະຖານທີ່ລົງທຶນທີ່ດຶງດູດໃຈໃຫ້ແກ່ບັນດາວິສາຫະກິດຂະແໜງການຢາຂອງອິນໂດເນເຊຍ
08/01/2023 12:37
(VOVWORLD) -ປັດຈຸບັນ, ຫວຽດນາມ ແມ່ນຕະຫຼາດການຢາໃຫຍ່ອັນດັບທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນໜຶ່ງໃນ 17 ປະເທດນອນໃນກຸ່ມມີລະດັບການເຕີບໂຕຂະແໜງການຢາສູງທີ່ສຸດ. ຄວາມສາມາດບົ່ມຊ້ອນໃນການເຕີບໂຕຂະແໜງການຢາ ໄດ້ຮັບການຕີລາຄາແມ່ນສູງຍ້ອນວ່າ ປະຊາກອນ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະທີ່ມີຜູ້ອາຍຸສູງຫຼາຍຂຶ້ນ ແລະ ປະຊາຊົນເລີ່ມໄດ້ເອົາໃຈໃສ່ເປັນພິເສດຕໍ່ບັນຫາສຸຂະພາບ. ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ຮັບຖືວ່າແມ່ນສະຖານທີ່ລົງທຶນທີ່ດຶງດູດໃຈສຳລັບບັນດາວິສາຫະກິດການຢາຕ່າງປະເທດ ໃນນັ້ນມີອິນໂດເນເຊຍ.

ທ່ານເອກອັກຄະລັດຖະທູດ Denny Abdi ຖ່າຍຮູບນຳກັນກັບບັນດາຜູ້ຕາງໜ້າບໍລິສັດການຢາ ອິນໂດເນເຊຍ ຢູ່ງານວາງສະແດງສາກົນສະເພາະກິດການຢາ 2022 ຢູ່ຮ່າໂນ້ຍ
TAG
VOV/VOVworld/ການຢາ/ຫວຽດນາມ/ອິນໂດເນເຊຍ
Related








