VOV WorldVOV World
ຄອບ​ຄົວ ຫວຽດ​ - ຊາຍ​ຄາ​ຂອງ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ
20/11/2022 16:00
(VOVWORLD) -ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ມີນັກສຶກສາ ກຳປູເຈຍ ແລະ ລາວ ທີ່ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ກວ່າ 50 ຄົນ ທີ່ມີຄອບຄົວທີ 2 ຂອງຕົນ ເມື່ອບັນດາຄອບຄົວຊາວ ຫວຽດນາມ ຢູ່ 17 ເມືອງ, ນະຄອນ ຖູດຶກ ຂອງນະຄອນ ໂຮ່ຈີມິນ ຮັບເປັນລູກຮັກມາເບິ່ງແຍງດູແລ, ເພື່ອໃຫ້ພວກນ້ອງໄດ້ດຳລົງຊີວິດເໝືອນວ່າເປັນລູກຫຼານໃນຄອບຄົວຂອງຕົນ. ນີ້ກໍແມ່ນໜຶ່ງໃນບັນດາກິດຈະກຳທີ່ແທດຈິງ ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ.
ຄອບ​ຄົວ ຫວຽດ​ - ຊາຍ​ຄາ​ຂອງ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ
Lun Leangchheng, ນັກສຶກສາ ກຳປູເຈຍ ປີທີ 3 ຢູ່ມະຫາວິທະຍາໄລ ໂຕນດຶກຖັງ ໄດ້ກາຍເປັນສະມາຊິກຜູ້ໜຶ່ງຂອງຄອບຄົວ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ . ແມ່່ຮັກຂອງນ້ອງແມ່ນປ້າ ເຈືອງຖຸ່ຍອວຽນ , ຮອງຜູ້ອຳນວຍການ ໂຮງຮຽນມັດທະຍົມຕອນຕົ້ນ ເວິນດົນ , ເມືອງ 4. ນ້ຳໃຈຄວາມຮັກແພງ , ການເອົາໃຈໃສ່ຈາກແມ່ຮັກ ໄດ້ເປັນແຫຼ່ງກຳລັງໜູນເພື່ອໃຫ້ Lun Leangchheng ຊອກຮູ້ກ່ຽວກັບປະເທດຊາດ , ປະຊາຊົນ ຫວຽດນາມ , ສຳຜັດໄດ້ເຖິງຈຸດຄ້າຍຄືກັນດ້ານວັດທະນະທຳຂອງ 2 ປະເທດ . ເມື່ອເວົ້າເຖິງແມ່ຮັກຂອງຕົນ , Leangchheng ແບ່ງປັນດ້ວຍຄວາມສຸກວ່າ : “ ນ້ອງໄດ້ແມ່ ອຽນ ຮັບມາລ້ຽງດູ ແລະ ເບິ່ງແຍງຄືລູກຄີງຂອງເພິ່ນ . ຍາມໃດເພິ່ນກໍເອົາໃຈໃສ່ຖາມຂ່າວ , ມີຄວາມຫຍຸ້ງຍາກຫຍັງເພິ່ນກໍຊ່ວຍ ນັບທັງດ້ານວັດຖຸ ແລະ ຈິດໃຈ . ນ້ອງມີຄວາມຮູ້ສຶກອົບອຸ່ນເມື່ອມີແມ່ຮັກຢູ່ຄຽງຂ້າງ ໃນເວລາທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ . ນີ້ແມ່ນຄວາມໂຊກດີທີ່ສຸດສຳລັບນ້ອງ ” .
TAG
VOV/VOVworld/ພໍ່​ຮັກ​ແມ່​ຮັກ/ຄອບ​ຄົວ ຫວຽດ/ນັກ​ສຶກ​ສາ ລາວ/ກຳ​ປູ​ເຈຍ