VOV WorldVOV World
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຮັກສາມູນເຊື້ອ “ຮັກແພງມະນຸດຄືດັ່ງຮັກແພງຕົນເອງ”
15/01/2023 08:00
(VOVWORLD) - ໂດຍໄດ້ຮັບຖືວ່າແມ່ນປະຊາຄົມໃຫຍ່ເຂັ້ມແຂງດ້ວຍຈຳນວນຊາວ ຫວຽດນາມ ດຳລົງຊີວິດຫຼາຍກ່ວາໝູ່, ມາຮອດປະຈຸບັນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ມີໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ບ້ານເກີດເມືອງນອນ ກໍ່ຄືປະເທດປະຈຳຖິ່ນ ຄື: ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ, ສ້າງພື້ນຖານໂຄງລ່າງ, ໂຮງໝໍ, ໂຮງຮຽນ, ປະກອບສ່ວນເຂົ້າງົບປະມານແຫ່ງລັດຂອງ ສປປ ລາວ, ກໍ່ຄືໜູນຊ່ວຍເຄື່ອງອຸປະກອນການແພດເມື່ອເກີດໂລກລະບາດ… ໄປຄຽງຄູ່ກັນນັ້ນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຍາມໃດກໍ່ຮັກສາລັກສະນະວັດທະນະທຳ, ຮີດຄອງປະເພນີ, ຄວາມງາມ, ໜູນຊ່ວຍບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ບໍ່ພຽງແຕ່ຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລາວ ເທົ່ານັ້ນ ຫາກຍັງນັບ&a
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຮັກສາມູນເຊື້ອ “ຮັກແພງມະນຸດຄືດັ່ງຮັກແພງຕົນເອງ”
ຄວາມມ່ວນຊື່ນເມື່ອໄດ້ຮັບຂອງກິນ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ໄດ້ສ້າງຂຶ້ນມາຮອດ ໄລຍະປະຈຸບັນແມ່ນລຸ້ນທີ 5, ທີ 6 ແລ້ວ, ໂດຍແມ່ນປະຊາຄົມ ຊາວ ຫວຽດນາມ ຕ່າງປະເທດທີ່ມີຈຳນວນພົນລະເມືອງຫຼາຍກ່ວາໝູ່ຢູ່ລາວ ເຊິ່ງຄາດວ່າມີປະມານ 100.000 ຄົນ, ດ້ວຍມູນເຊື້ອຮັກຊາດ, ສາມັກຄີ, ຮັກສາສີສັນຊາດ, ມີການພົວພັນອັນດີງາມກັບອຳນາດການປົກຄອງ ແລະ ປະຊາຊົນປະເທດປະຈຳຖິ່ນ, ປະຕິບັດກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ, ປະກອບສ່ວນຫຼາຍຢ່າງໃຫ້ແກ່ລາວ ບໍ່ພຽງແຕ່ໃນໄລຍະສົງຄາມເທົ່ານັ້ນ ຫາກຍັງໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງສອງປະເທດ ລາວ - ຫວຽດນາມ ອີກດ້ວຍ. ນອກຈາກການປະກອບສ່ວນອັນແທດຈິງໃຫ້ແກ່ປະເທດຊາດ ແລະ ປະເທດປະຈຳຖິ່ນແລ້ວ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວເວົ້າລວມ ແລະ ບັນດາພຸດທະສາສະນິກກະຊົນ ຫວຽດນາມ ອາໄສຢູ່ລາວ ເວົ້າສະເພາະ ໄດ້ມີການເຄື່ອນໄຫວຢ່າງຄວາມໝາຍ, ນັ້ນແມ່ນຊ່ວຍເຫຼືອຄົນທຸກຍາກ, ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ ຫຼື ເບິ່ງແຍງດູແລຄົນທີ່ມີອາການທາງປະສາດ. ການເຄື່ອນໄຫວດັ່ງກ່າວໄດ້ເສີມຂະຫຍາຍຈຸດດີງາມດ້ານວັດທະນະທຳ, ຄຸນຄ່າມະນຸດສະທຳຂອງຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນພິເສດລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ໃນກ່ວາ 3 ປີຜ່ານມາ, ແຕ່ລະວັນອາທິດບໍ່ວ່າຟ້າແດດ ຫຼື ຝົນຕົກ, ພາຍໃຕ້ການແນະນຳຂອງ ພະອາຈານ ທິກມິງກວາງ, ເຈົ້າອາວາດວັດ ເຟີດຕິກ ວຽງຈັນ, ບັນດາພຸດທະສາສະນິກກະຊົນ ໄດ້ປຸງແຕ່ງ, ກະກຽມເຂົ້າ ເພື່ອສົ່ງໃຫ້ບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ດ້ອຍໂອກາດຢູ່ສູນອຸປະກະລະສັງຄົມ ນະຄອນຫຼວງ ວຽງຈັນ. ບັນດາບຸກຄົນຢູ່ນີ້ສ່ວນຫຼາຍແມ່ນຄົນທີ່ມີອາການທາງປະສາດ, ຄົນເລລ້ອນ, ຜູ້ບໍ່ມີຍາດຕິພີ່ນ້ອງ ຫຼື ຜູ້ບໍ່ມີທີ່ຢູ່ອາໄສ ດັ່ງນັ້ນ ຈິ່ງຕ້ອງການການຊ່ວຍເຫຼືອທີ່ສຸດ. ເມື່ອແບ່ງປັນກ່ຽວກັບການເຄື່ອນໄຫວກຸສົນທີ່ມີຄວາມໝາຍແທດຈິງນີ້, ພະອາຈານ ທິກມິງກວາງ, ເວົ້າວ່າ: “ ກ່ອນນີ້ 3 ປີ , ພວກ ຂ້າ ພະ ເຈົ້າ ມາ ຢ້ຽມ ຢາມສູນ ແຫ່ງນີ້ , ປະ ຕິ ບັດ ວຽກ ງານ ການ ກຸ ສົນ ກໍ່ແມ່ນກັບເວ ລາ ເຂົາ ເຈ ົ້າ ກຳລັງ ກິນ ເຂົ້າ . ຄາບ ເຂົ້າ ມ ື້ນັ້ນ , ມີ ແຕ່ ເຂົ້າ ໜຽວ ກ້ອນ ໜຶ່ງ ແລະ ແກງ . ຫຼັງ ຈາກນັ້ນ , ຄະ ນະ ວຽກ ງານ ການ ກຸ ສົນ ຂອງວັດ ໄດ້ ເລີ່ ມ ແຜ່ປັດໃຈ ການ ກຸ ສົນ , ພະ ຍາ ຍາມ ທຸກວັນ ອາ ທິດຈະ ແຕ່ງ ກິນ ເພື່ອ ປົວ ແປງ ຊີ ວິດ ຂອງ ເຂົາ ເຈົ້າ ໄດ້ ສ່ວນ ໃດ ສ່ວນ ໜ ຶ່ງ ”. ນັບແຕ່ຮຸ່ງເຊົ້າ, ບັນດາສາສະນິກກະຊົນໄດ້ຈັດແບ່ງໃຫ້ຄົນລະວຽກ, ຜູ້ໄປຊື້ເຄື່ອງຢູ່ຕະຫຼາດ, ຜູ້ປຸງແຕ່ງອາຫານ. ອາຫານທີ່ໄດ້ກະກຽມນັ້ນແມ່ນອາຫານເຈ ແຕ່ບັນດາສາສະນິກກະຊົນໄດ້ລາຍການອາຫານຢ່າງມີໄຫວພິບ ແລະ ຄິດໄລ່ເຖິງທາດບຳລຸງຢ່າງຄົບຖ້ວນ. ພ້ອມກັບປະຊາຄົມຊາວ ຫວຽດນາມ ຢູ່ ລາວ ຍັງມີບັນດາຜູ້ໃຈບຸນໃຈກຸສົນ ໄດ້ໜູນຊ່ວຍເຂົ້າສານ, ເຂົ້າຈີ່, ໝາກໄມ້ຕື່ມອີກ. ດັ່ງນັ້ນ, ລາຍການອາຫານມີຄວາມອຸດົມສົມບຸນ, ແຊບ, ຊ່ວຍໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໄດ້ກິນອາຫານທີ່ມີທາດບຳລຸງຢ່າງພຽງພໍ ແລະ ແຊບນຳອີກ. ປ້າ ຫງວຽນທິລວານ, ອາຍຸ 63 ປີ, ໄດ້ເລົ່າສູ່ຟັງວ່າ: ນັບແຕ່ຄາວຍັງນ້ອຍ, ພໍ່ແມ່ໄດ້ບອກສອນວ່າ ຕ້ອງເຮັດວຽກງານການກຸສົນ, ຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ນັ້ນແມ່ນມູນເຊື້ອນັບແຕ່ກ່ອນມາຂອງຊາວ ຫວຽດນາມ, ຄືດັ່ງຄຳສຸພາສິດທີ່ວ່າ “ຮັກແພງມະນຸດຄືດັ່ງຮັກແພງຕົນເອງ”. ສຳລັບປ້າແລ້ວ, ເມື່ອລູກຫຼານໄດ້ເຕີບໃຫຍ່ ແລະ ສ້າງຄອບຄົວແລ້ວ, ເມື່ອມີເວລາຫວ່າງ ປ້າກໍ່ຈະເຮັດວຽກງານການກຸສົນ. ປ້າລວານ ແບ່ງປັນຄວາມໃນໃຈໃຫ້ຟັງວ່າ: “ ຂ້າ ພະ ເຈົ້າ ແມ່ນ ຊາວ ຫວຽດນາມ , ມັກ ເຂົ້າ ວັດວາອາຮາມ ແລະ ມ ີ ຈິດໃຈ ບຸນ , ຂ້າ ພະ ເຈົ້າ ເຫັນ ວ່າ ອີ ຕົນ ເຂົາ ເຈົ້າຫຼາຍ ຍ້ອນ ວ່າ ເຂົາ ເຈົ້າ ບໍ່ ມີ ບ່ອນ ເພິ່ງພາອາໄສ . ລັດ ໄດ້ ໜູນ ຊ່ວຍ ສ່ວນ ໃດ ສ່ວນ ໜຶ່ງ ເທົ່າ ນັ້ນ , ດັ່ງ ນັ້ນ ເອື້ອຍ ນ້ອງ ພວກ ຂ້າ ພະ ເຈົ້າ ໄດ້ ປຸງ ແຕ່ງ ເຂົ້າ ເພື່ອ ເຮັດ ວຽກ ງານ ການ ກະ ສົນ , ຊ່ວຍ ເຫຼືອ ບັນ ດາ ຜູ້ ປະ ສົບ ກັບ ຄວາ ມ ຫຍຸ້ງ ຍາກ ໃຫ້ໄດ້ ຮັບ ຄວາມ ອົບ ອຸ່ນ ແລະ ພະ ອາ ຈານເທດໃຫ້ ເຂົາ ຟັງ ເພື່ອ ຊາດໜ້າຖ້າມີຈິງ ຂໍໃຫ້ເຂົາເຈົ້າບໍ່ເປັນຄືແນວນີ້ອີກ ”.
TAG
VOV/VOVworld/ໃຈ​ບຸນ/ໃຈ​ກູ​ສົນ