ພົບປະກັບ Eko Widianto - ນັກອາສາສະໝັກສອນພາສາ ອິນໂດເນເຊຍ ຢູ່ ຮ່າໂນ້ຍ
18/11/2018 06:13
(VOVWORLD) - ນັບແຕ່ 2 ເດືອນມານີ້, ຄືເປັນຄວາມຊີ້ນເຄີຍແລ້ວ ຮອດເວລາຕອນບ່າຍຂອງວັນຄານ, ວັນພະຫັດ, ວັນເສົາຂອງທຸກໆອາທິດ, Eko Widianto ໄປມະຫາວິທະຍາໄລ ຮ່າໂນ້ຍ ດ້ວຍລົດເມ ເພື່ອສອນພາສາ ອິນໂດເນເຊຍ ໃຫ້ບັນດານັກສຶກສາ.
Eko Widianto - ຜູ້ບ່າວຊາວ ອິນໂດເນເຊຍ ອາຍຸ 27 ປີ, ປັດຈຸບັນພວມດຳລົງຊີວິດ ແລະ ສອນພາສາ ອິນໂດເນເຊຍ ຢູ່ ຮ່າໂນ້ຍ. ໃນ 3 ເດືອນປະຕິບັດງານຢູ່ ຮ່າໂນ້ຍ ດ້ວຍຖານະເປັນນັກອາສາສະໝັກ, ລາວມີໜ້າທີ່ໂຄສະນາພາສາສາດ ແລະ ວັດທະນະທຳ ອິນໂດເນເຊຍ ໃຫ້ ຊາວນະຄອນຫລວງ ຮ່າໂນ້ຍ. ມື້ນີ້ ຂໍເຊີນທ່ານຜູ້ຟັງພ້ອມກັບ ຫງວຽນຮ່າ ພົບປະກັບ Eko Widianto. Eko Widianto ພວມແນະນຳໃຫ້ນັກສຶກສາຂອງມະຫາວິທະຍາໄລ ຮ່າໂນ້ຍ Eko Widianto ເປັນຄົນມີຜິວດຳແດງ, ຮູບຮ່າງຈ່ອຍສູງ, ຄ່ອງແຄ້ວວ່ອງໄວ, Eko Widianto ພວມແນະນຳໃຫ້ນັກສຶກສາຂອງມະຫາວິທະຍາໄລ ຮ່າໂນ້ຍ ກ່ວາ 30 ຄົນ ປະຕິບັດ ບົດຮຽນກ່ຽວກັບວິທີບອກທາງໃນຕົວຈິງ. ເຈ້ຍ A4 ຫລາຍໃບໄດ້ພິມແນະນຳບາງສະຖານທີ່ຄື: ໂຮງຮຽນ, ໂຮງໝໍ…ແລະ ໄດ້ຕິດໃສ່ຝາຢູ່ອ້ອມແອ້ມລະບຽງຫ້ອງຮຽນ. ບັນດານັກຮຽນຈະໄປເຖິງບັນດາສະຖານທີ່ເຫຼົ່ານັ້ນ ໃນເຈ້ຍ A4 ຕາມການແນະນຳຂອງ Eko. ນັບແຕ່ 2 ເດືອນມານີ້, ຄືເປັນຄວາມຊີ້ນເຄີຍແລ້ວ ຮອດເວລາຕອນບ່າຍຂອງວັນຄານ, ວັນພະຫັດ, ວັນເສົາຂອງທຸກໆອາທິດ, Eko Widianto ໄປມະຫາວິທະຍາໄລ ຮ່າໂນ້ຍ ດ້ວຍລົດເມ ເພື່ອສອນພາສາ ອິນໂດເນເຊຍ ໃຫ້ບັນດານັກສຶກສາ. ນອກຈາກການສອນຢູ່ໂຮງຮຽນແລ້ວ ລາວຍັງເຂົ້າຮ່ວມການສອນພາສາ ອິນໂດເນເຊຍ ຢູ່ “Umah Indo” (ຊາຍຄາ Indo) – ແມ່ນຫ້ອງວາງສະແດງກ່ຽວກັບ ອິນໂດເນເຊຍ ຕັ້ງຢູ່ໃນບໍລິເວນຂອງສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ. ຈຳນວນສຳມະນາກອນຂຶ້ນເຖິງ 200 ຄົນ, ໃນນັ້ນ, ສ່ວນຫລາຍເປັນນັກສຶກສາທີ່ມາຈາກບັນດາມະຫາວິທະຍາໄລ, ສ່ວນທີ່ຍັງເຫຼືອນັ້ນ ແມ່ນນັກຄົ້ນຄວ້າ, ພາລະກອນບັນດາບໍລິສັດທີ່ເຄື່ອນໄຫວໃນຂົງເຂດກ່ຽວຂ້ອງເຖິງ ອິນໂດເນເຊຍ. ຂ້າພະເຈົ້າຫວັງວ່າ ການຮຽນພາສາ ອິນໂດເນເຊຍ ຢູ່ ຫວຽດນາມ ນັບມື້ນັບໄດ້ແຜ່ຂະຫຍາຍ. ພາຍຫລັງຊຸດຮຽນ, ດ້ວຍຄວາມຮູ້ກ່ຽວກັບດ້ານພາສາ ແລະ ວັດທະນະທຳ ອິນໂດເນເຊຍ, ຂ້າພະເຈົ້າຫວັງວ່າ: ພວກເພື່ອນຈະມີເງື່ອນໄຂພຽງພໍ ເພື່ອໄດ້ເຂົ້າຮ່ວມບັນດາລາຍການພົບປະແລກປ່ຽນ, ມອບທຶນສຶກສາ ໂດຍລັດຖະບານ ອິນໂດເນເຊຍ ອຸປະຖຳໃຫ້. ແລະ ສຳຄັນຍິ່ງກ່ວາອີກ, ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ຢູ່ ຮ່າໂນ້ຍ ຈະມີມະຫາວິທະຍາໄລເປີດຂະແໜງພາສາ ອິນໂດເນເຊຍ. ເຖິງຢ່າງໃດກໍ່ຕາມ, ເມື່ອຕັດສິນໃຈໄປ ຫວຽດນາມ, Eko ຕ້ອງຜ່ານຜ່າການຕໍ່ສູ້ທາງດ້ານແນວຄິດໃນກະໂຕຂອງລາວເອງ. ໃນຄາວນັ້ນ, ເມຍຂອງລາວພວມຖືພາເດືອນທີ 6. ລາວເປັນຫ່ວງໃຫ້ເມຍ, ແຕ່ຍ້ອນເມຍຂອງລາວເອງ ກໍ່ເປັນຄົນລະດົມກຳລັງໃຈ ເພື່ອໃຫ້ລາວມີຄວາມອຸ່ນອ່ຽງໃຈເດີນທາງໄປປະຕິບັດໜ້າທີ່ຢູ່ ຫວຽດນາມ. ລາວ ເວົ້າຄວາມໃນໃຈສູ່ຟັງວ່າ:
TAG
VOV/VOVworld/Eko Widianto/ນັກອາສາສະໝັກ/ອິນໂດເນເຊຍ
Related








