VOV WorldVOV World
ຊາວ​ຫວຽດ​ນາມອາ​ໄສ​ຢູ່ອາ​ຊຽນ ແລະ ຄວາມ​ຫວັງ​ສຳລັບ​ປີ​ໃໝ່ 2023
05/02/2023 03:47
(VOVWORLD) -ອາຊຽນ ແມ່ນໜຶ່ງໃນບັນດາພາກພື້ນທີ່ມີຊາວຫວຽດນາມ ອາໄສຢູ່ຫຼາຍທີ່ສຸດ, ສ່ວນຫຼາຍແມ່ນເຕົ້າໂຮມຢູ່ບັນດາປະເທດບ້ານໃກ້ເຮືອນຄຽງຄື: ກຳປູເຈຍ, ລາວ, ໄທ. ໃນຊຸມປີທີ່ຜ່ານມາ, ມີຊາວຫວຽດນາມອາໄສຢູ່ຕ່າງປະເທດດີເດັ່ນຫຼາຍຄົນ ບໍ່ພຽງແຕ່ມີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດປະຈຳຖິ່ນເທົ່ານັ້ນ, ຫາກຍັງແມ່ນທູດຂອງນ້ຳໃຈມິດຕະພາບ, ໂຄສະນາຄວາມງາມຂອງປະເທດຊາດ ແລະ ຊາວຫວຽດນາມ ໄປຍັງເພື່ອນມິດໃນພາກພື້ນອີກດ້ວຍ. ໃນບັນຍາກາດອັນຄຶກຄື້ນມ່ວນຊື່ນຂອງຊຸມວັນຕົ້ນລະດູບານໃໝ່, ເຊີນທ່ານຜູ້ຟັງພົບປະ ແລະ ຮັບຟັງການແບ່ງປັນຂອງຊາວຫວຽດນາມດີເດັ່ນຈຳນວນໜຶ່ງຢູ່ບັນດາປະເທດອາຊຽນກ່ຽວກັບຄວາມຫວັງໃນປີໃໝ່ 2023.
ຊາວ​ຫວຽດ​ນາມອາ​ໄສ​ຢູ່ອາ​ຊຽນ ແລະ ຄວາມ​ຫວັງ​ສຳລັບ​ປີ​ໃໝ່ 2023
ທ່ານໝໍເລບ໊າຮຸ່ງ ປັດ ຈຸ ບັນ , ຮ້ານ ອາ ຫານ VT ແໜມ ເນືອງ ມີ ຜູ້ ເຮັດ ວຽກຢູ່ ອຸ ດອນທາ ນີ ປະ ມານ 500 ຄົນ , ສ່ວນ ແຂວງ ຕ່າງໆ ລວມ ທັງ ໝົດ ແມ່ນ ກ່ ວາ 1000 ຄົນ . ທາງ ບໍ ລິ ສັດ ກໍ່ ໄດ້ ສ້າງ ວຽກ ເຮັດ ງານ ທຳ ໃຫ້ແກ່ຊາວ ອຸ ດອນທາ ນີ ແລະ ເຂດ ໃກ້ ຄຽງ ດ້ວຍ ການ ຊື້ ຜັກ , ໝາກກວ້ຍ , ໝາກ ເຟືອງ ໂດຍ ເຂົາ ເຈົ້າ ປູກ . ກ່ຽວ ກັບ ການ ເຄື່ອນ ໄຫວ ດຳ ເນີນ ທຸ ລະ ກິດ ໃນ ໄລ ຍະ ຈະ ມາ ເຖິງ ຂ້າ ພະ ເຈົ້າ ຫວັງ ວ່າ ຈະ ເປີດ ຮ້ານ ຢູ່ ຫວຽດ ນາມ , ຈາກ ຫວຽດ ນາມ ຈະ ສົ່ງ ອອກ ໄປ ຍັງ ຕ່າງ ປະ ເທດ . ຂ້າ ພະ ເຈົ້າໄດ້ ຊອກ ຫາ ຄູ່ ຮ່ວມ ມື ຢູ່ ຫວຽດ ນາມ ແຕ່ ດົນແລ້ວ ແຕ່ ຕ້ອງ ຢຸດ ຊົ່ວ ຄາວຍ້ອນ ພະ ຍາດ ໂຄວິດ - 19, ດຽວ ນີ້ ຈຶ່ງ ຊອກ ຫາ ຄືນໃໝ່ . ນັ້ນແມ່ນຄຳແບ່ງປັນຂອງທ່ານ ໂຮ່ວັນເລິມ (ຊື່ໄທແມ່ນ ທອງ ກຸນທັງວະວັດ), ເຈົ້າຂອງລະບົບຮ້ານອາຫານແໜມເນືອງ VT ແໜມເນືອງ ທີ່ມີຊື່ສຽງໃນທົ່ວປະເທດໄທ. ໂດຍໄດ້ກຳເນີດ ແລະ ເຕີບໂຫຍ່ຢູ່ໄທ, ແຕ່ເລີ່ມຈາກຄວາມຮັກທີ່ພິເສດຕໍ່ອາຫານການກິນ ຫວຽດນາມ, ບວກກັບເຄັດລັບຂອງພໍ່ປູ່ທີ່ເປັນພໍ່ຄົວໃນວັງໃນສະໄໝລາດຊະວົງ ຫງວຽນ ຖ່າຍທອດໃຫ້, ທ່ານ ເລິມ ໄດ້ເຮັດໃຫ້ເຍື່ອງອາຫານ ແໜມເນືອງ ຂອງເມືອງເກົ່າເຫ້ວກາຍເປັນເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມຊົມຊອບ ບໍ່ພຽງແຕ່ສຳລັບປະຊາຊົນເທົ່ານັ້ນ ຫາກຍັງຂອງພະບໍລົມວົງສານຸວົງໄທອີກດ້ວຍ. ປັດຈຸບັນ, ນອກຈາກຮ້ານອາຫານຢູ່ແຂວງ ອຸດອນທານີ, VT ແໜມເນືອງ ຍັງເປີດຮ້ານອາຫານ ຢູ່ 39 ແຂວງ, ນະຄອນໃນທົ່ວປະເທດໄທ ແລະ ໄດ້ສົ່ງອອກໄປຍັງສິງກະໂປ, ຍີ່ປຸ່ນ, ຮົ່ງກົງອີກດ້ວຍ. ທ່ານ ເລິມ ໃຫ້ຮູ້ວ່າ: ໃນ ປີ 2023 ຫວັງ ວ່າ ການ ນຳ ລັດ ຖະ ບານ ລັດ ຈະ ໜູນ ຊ່ວຍຫຼາຍ ກ່ ວາ ອີກ ເພື່ອ ນຳ ຜະ ລິດ ຕະ ພັນ ຫວຽດ ນາມ ສົ່ງ ອອກ ໄປ ຍັງ ໄທ . ປັ ດ ຈຸ ບັນ , ຜະ ລິດ ຕະ ພັນ ຂອງ ໄທ ສົ່ງ ອອກ ໄປ ຍັງ ຫວຽດ ນາມ ກໍ່ ມີ ຫຼາຍ ແລ້ວ . ຫວັງ ວ່າ ບັນ ດາ ຜະ ຕິດ ຕະ ພັນ ຂອງ ບໍ ລິ ສັດ ຂະ ໜາດ ກາງ ແລະ ນ້ອຍຂອງ ຫວຽດ ນາມ ຈະ ສົ່ງ ອອກ ໄປ ໄທຫຼາຍ ກ່ ວາ ອີກ . ສະ ມາ ຄົມ ນັກ ທຸ ລະ ກິດ ໄທ - ຫວຽດ ນາມ ຍາມ ໃດ ກໍ່ ກຽມ ພ້ອມ ເພື່ອ ນຳ ຜະ ລິດ ຕະ ພັນ ຫວຽດ ນາມ ເຂົ້າ ມາຂາຍ ໃຫ້ ແກ່ ຊາວ ໄທ ແລະ ຊາ ວ ຫວຽດ ນາມຢູ່ ໄທ . ໂດຍຕ່າງກັນກັບສະພາບການຂອງເຈົ້າຂອງບໍລິສັດ VT ແໜມເນືອງ ໂຮ່ວັນເລິມ, ທ່ານໝໍ ເລບ໊າຮຸ່ງ, ຊາວຫວຽດນາມ ອາໄສຢູ່ ກຳປູເຈຍ, ເຖິງວ່າບໍ່ໄດ້ກຳເນີດ ແລະ ເຕີບໂຕຢູ່ປະເທດກຳປູເຈຍ, ແຕ່ທ່ານຍັງຕັດສິນໃຈກໍ່ຮ່າງສ້າງຕົວຢູ່ດິນແດນແຫ່ງນີ້ ໃນໂອກາດໄດ້ມາປິ່ນປົວພະຍາດໃຫ້ແກ່ຄົນທີ່ຮູ້ຈັກ ກ່ອນນີ້ 16 ປີ. ຫຼາຍປີຜ່ານມາ, ໂຮງໝໍຂອງທ່ານໝໍຊາວຫວຽດນາມ ເລບ໊າຮຸ່ງ ໄດ້ນຳມາເຊິ່ງຄວາມດີໃຈໃຫ້ຄົນເຈັບນັບພັນຄົນ, ໃນນັ້ນມີຄົນເຈັບຫຼາຍຄົນປະສົບກັບຄວາມຫຍຸ້ງຍາກ. ທ່ານໝໍ ຮຸ່ງ ແບ່ງປັນວ່າ: ໃນ ປີ 2023 ນີ້ , ທຳ ອິດ ແມ່ນ ຈະ ປັບ ປຸງ , ຫັນ ເຄື່ອງ ຈັກເປັນ ທັນ ສະ ໄໝ , ຄື ສ້ອມ ແປງ , ຍົກ ລະ ດັບ ລະ ບົບ ສ່ອງ ໄຟ ຟ້າ , ປ່ຽນ ລະ ບົບ ວິ ໄຈ ເລືອດ ໃໝ່ , ຫັນ ຕາມ ມາດ ຖານ ຂອງໂຮງ ໝໍ Pasteur ນະ ຄອນ ໂຮ່ ຈີມິນ . ທີ ສອງ ແມ່ນ ຈ້າງ ຜູ້ ໃຫ້ ຄຳ ປຶກ ສາ ຄັ້ງ ທີສອງ ກໍ່ ສ້າງ ພື້ນ ຖານ ກ່ຽວ ກັບ ຂັ້ນ ຕອນ , ການ ນຳ ໃຊ້ ເຕັກ ນິກ ດີ ຈີ ຕອນ ແລະ ພັດ ທະ ນາວິ ຊາ ສະເພາະຕ່າງໆ ທີ່ ເປັນ ທ່າ ແຮງ ຂອງ ຕົນ . ກ່ຽວ ກັບ ຄຸນ ນະ ພາບ , ຕ້ອງ ເລືອກ ເອົາ ບຸກ ຄະ ລາ ກອນ ຢ່າງ ເຂັ້ມ ງວດ . ທ່າ ນ ໝໍ ຕ້ອງ ເຮັດ ຫຍັງ ໄດ້ແດ່ , ພະ ຍາ ບານ ຕ້ອງ ເຮັດ ຫຍັງ ໄດ້ແດ່ ແມ່ນ ລ້ວນ ແຕ່ ປະ ຕິ ບັດ ຕາມ ມາດ ຖານ . ປັດ ຈຸ ບັນ ພະ ນັກ ງານ ຊາວ ກຳ ປູ ເຈຍ ກວມ ເອົາ 83%. ບັນ ດາ ທ່ານ ໝໍ ທຸກ ຄົນ ລ້ວນ ແຕ່ ຮຽນ ຢູ່ ຫວຽດ ນາມ ຢູ່ ບັນ ດາ ມະ ຫາ ວິ ທະ ຍາ ໄລ ຄື : ມະ ຫາ ວິ ທະ ຍາ ການ ແພດ ໄທ ບິ່ງ , ມະ ຫາ ວິ ທະ ຍາ ໄລ ການ ແພດ ຈ່າ ວິງ . ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ແລະ ນັບທັງປະຊາຊົນລາວ, ເມື່ອເວົ້າເຖິງຊື່ ຮຸ່ງ “ເຫຼັກ”, ຜູ້ໃດກໍ່ຮູ້ໝົດ. ນັ້ນແມ່ນຊື່ທີ່ຕິດພັນກັບທ່ານ ຟ້າມວັນຮຸ່ງ (ຊື່ລາວແມ່ນ ຄຳຮຸ່ງ ໄຊຈະເລີນ), ຜູ້ອຳນວຍການ ໂຮງງານຄໍາຮຸ່ງ ໄຊຈະເລີນ ອຸດສາຫະກຳເຫຼັກ ຈໍາກັດ, ໂຮງງານຜະລິດເຫຼັກສຳເລັດຮູບ ໃຫຍ່ທີ່ສຸດໃນລາວ ດ້ວຍຮ້ານຈຳໜ່າຍໃຫຍ່ 14 ແຫ່ງຢູ່ບັນດາແຂວງ, ນະຄອນ. ເຖິງວ່າໄດ້ກາຍເປັນເສດຖີຂະແໜງເຫຼັກກ້າແລ້ວກໍ່ຕາມ, ແຕ່ນັກທຸລະກິດ ຟ້າມວັນຮຸ່ງ ຍາມໃດກໍ່ມີຄວາມຫວັງປະກອບສ່ວນໃຫ້ແກ່ປະເທດລາວຫຼາຍກ່ວາອີກ ກໍ່ຄືປະກອບສ່ວນສ້າງປະຊາຄົມຊາວຫວຽດນາມອາໄສຢູ່ລາວ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ກາຍເປັນຂົວເຊື່ອມຕໍ່ໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ. ທ່ານໃຫ້ຮູ້ວ່າ: ຂ້າ ພະ ເຈົ້າ ກັບ ເມືອ ຫວຽດ ນາມ ແລະ ເຫັນ ວ່າ ຫວຽດ ນາມ ມີ ການ ພັດ ທະ ນາຫຼາຍ ຢ່າງ . ມີຕຶກ ອາ ຄານສູ ງ ຫຼາຍແຫ່ງ , ຖະ ໜົນ ຫົນ ທາງ , ພື້ນ ຖານ ໂຄງ ລ່າງ ມີ ການ ພັດ ທະ ນາ ຫຼາຍ ກ ວ່ າ ເມື່ອ ທຽບ ໃສ່ ກັບ ເມື່ອ ກ່ອນ . ການ ຄົມ ມະ ນາ ຄົມ ເດີນ ທາງ ໄປ ມາ ກໍ່ ມີ ຄວາມ ສະ ດວກ . ຫວຽດ ນາມ ແລະ ລາວ ແມ່ນ ສອງ ປະ ເທດ ຮ່ວມ ຂຸມ ຄອງດຽວ ກັນໃນ ສະ ໄໝ ສົງ ຄ າ ມ , ປັດ ຈຸ ບັນ ແມ່ນ ສະ ໄໝ ສັນ ຕິ ພາບ , ຫວຽດ ນາມ ມີ ການ ພັດ ທະ ນາ ຄື ແນວ ນັ້ນ , ດັ່ງ ນັ້ນ ພວກ ຂ້າ ພະ ເຈົ້າ ທີ່ ດຳ ລົງ ຊີ ວິດ ຢູ່ ລາວ ກໍ່ ມີ ຄວາມ ຫວັງ ຢ່າງ ຍິ່ງວ່າ ສອງ ພັກ , ສອງ ລັດ ຍາມ ໃດ ກໍ່ ຈະ ໜູນ ຊ່ວຍ ລາວ ກໍ່ ຄື ພັດ ທະ ນາ ສອງ ປະ ເທດ ພ້ອມ ກັນ ກ້າວ ເດີນ ໄປ ສູ່ ສັງ ຄົມ ນິ ຍົມຢ່າງ ໝັ້ນ ແກ່ນ . ນັກທຸລະກິດໂຮ່ວັນເລິມ ຍາມໃດອາຊຽນກໍ່ແມ່ນຈຸດສຸມໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ໄດ້ຮັບການປັບປຸງ ແລະ ເພີ່ມທະວີໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ເພື່ອບັນລຸໄດ້ຜົນສຳເລັດນີ້ ແມ່ນມີການປະກອບສ່ວນບໍ່ແມ່ນໜ້ອຍຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາແບບຢ່າງທີ່ດີເດັ່ນຄືນັກທຸລະກິດ ໂຮ່ວັນເລິມ, ທ່ານໝໍ ເລບ໊າຮຸ່ງ ແລະ ນັກທຸລະກິດ ຟ້າມວັນຮຸ່ງ. ເຂົາເຈົ້າຍັງໄດ້ອຸທິດສ່ວນທັງເວັນທັງຄືນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ຜ່ານນັ້ນ ກໍ່ຢັ້ງຢືນໄດ້ເຖິງຄຸນຄ່າ, ຄຸນທາດອັນດີງາມຂອງ ຊາວຫວຽດນາມ ກັບເພື່ອນມິດໃນພາກພື້ນ.
TAG
VOV/VOVworld/ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ