VOV WorldVOV World
ທ່ານ​ໝໍ ຫງວຽນ​ຫວຽດ​ດຶກ: ແພດ​ທະ​ຫານ ຫວຽດ​ນາມ ຢູ່​ປະ​ເທດລາວ ລ້ານ​ຊ້າງ
17/09/2023 16:00
(VOVWORLD) - ບໍ່ພຽງແຕ່ໄດ້ປະຕິບັດສຳເລັດວຽກງານວິຊາສະເພາະແມ່ນກວດ ແລະ ປິ່ນປົວພະຍາດໃຫ້ພໍ່ແມ່ປະຊາຊົນລາວ ຢູ່ເຂດຊາຍແດນເທົ່ານັ້ນ, ທ່ານໝໍ ດຶກ ຍັງເຂົ້າຮ່ວມການລາດຕະເວນໃນເສັ້ນຊາຍແດນລວມ ຫວຽດ - ລາວ ອີກດ້ວຍ. ທ່ານໝໍ ດຶກ ທັງຮັບຜິດຊອບເປັນຜູ້ເບິ່ງແຍງດູແລສຸຂະພາບໃຫ້ແກ່ທະຫານ, ນັກຮົບ ທັງເປັນພາສາແປ. ຮູບພາບຂອງທ່ານໝໍ ດຶກ ໄດ້ເປັນທີ່ຮູ້ຈັກກັນດີສຳລັບປະຊາຊົນໃນບ້ານມາແຕ່ດົນ ແລະ ເອີ້ນເພິ່ນວ່າ “ພໍ່ດຶກ”.
ທ່ານ​ໝໍ ຫງວຽນ​ຫວຽດ​ດຶກ: ແພດ​ທະ​ຫານ ຫວຽດ​ນາມ ຢູ່​ປະ​ເທດລາວ ລ້ານ​ຊ້າງ
ໃນ 16 ປີຜ່ານມາ, ສຸກສາລາທະຫານ ທົ່ງແປ ຕັ້ງຢູ່ເມືອງຄຳເກີດ, ແຂວງ ບໍລິຄຳໄຊ ໄດ້ ແລະ ກຳລັງເສີມຂະຫຍາຍໜ້າທີ່ຂອງຕົນ ເປັນຢ່າງດີ ດ້ວຍການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍຫຼາຍຢ່າງ. ສຸກສາລາແຫ່ງນີ້ ໄດ້ກາຍເປັນບ່ອນເພິ່ງພາທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ ລາວ ຢູ່ເຂດຊາຍແດນ ແລະ ເປັນຊາຍຄາ ແຫ່ງນ້ຳໃຈ ມິດຕະພາບ ໃນ ເຂດຊາຍແດນ ລາວ - ຫວຽດ ນາມ . ເພື່ອສ້າງໄດ້ຜົນງານດັ່ງກ່າວ ,  ແມ່ນມີການປະກອບສ່ວນຈາກຫຼາຍສ່ວນບຸກຄົນ, ອົງການຈັດຕັ້ງ ແຕ່ພົ້ນເດັ່ນແມ່ນຕ້ອງເວົ້າເຖິງທ່ານໝໍ ຫງວຽນຫວຽດດຶກ - ຜູ້ທີ່ໄດ້ຜູກພັນກັບສະຖານທີ່ແຫ່ງນີ້ມາເປັນເວລາ 10 ກວ່າປີ. ບໍ່ພຽງແຕ່ເທົ່ານັ້ນ, ທ່ານໝໍ ດຶກ ຍັງໄດ້ຮັບ ຖືວ່າແມ່ນນັກການທູດ ແຫ່ງຄວາມຮັກແພງ, ສາມັກຄີປອງດອງ, ຮັດແໜ້ນສາຍໃຈ ຫວຽດ - ລາວ.    ຍ້ອນທ່ານໝໍ ດຶກ ມີຄວາມເກັ່ງກ້າສາມາດ, ພໍ່ແມ່ປະຊາຊົນລາວ ຈຶ່ງບໍ່ຢາກໃຫ້ເພິ່ນກັບເມືອປະເທດ ຫຼື ຍັງມີສາເຫດອື່ນ? ເຊີນທ່ານຕິດຕາມບົດຂຽນທີ່ພາດຫົວຂໍ້ “ທ່ານໝໍ ຫງວຽນຫວຽດດຶກ: ແພດທະຫານ ຫວຽດນາມ ຢູ່ດິນແດນລາວ ລ້ານຊ້າງ” ເພື່ອມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບທ່ານໝໍໜຶ່ງດຽວ ແລະ ພິເສດ ຢູ່ສຸກສາລາແຫ່ງນີ້.
TAG
VOV/VOVworld/ທ່ານ​ໝໍ​ດຶກ/ສຸກ​ສາ​ລາ​ທະ​ຫານ ທົ່ງ​ແປ/ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ