VOV WorldVOV World
ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ
03/07/2022 16:35
(VOVWORLD) -ລາຍການກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອບຂວັນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຊົນ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ ແມ່ນການເຄື່ອນໄຫວປະຈຳປີ, ມີຄວາມໝາຍນະນຸດສະທໍາ, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສະແດງຄວາມເອົາໃຈໃສ່ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ທີ່ມີຕໍ່ຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມປີ 2022”, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ.
ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ
ທ່ານໝໍ ຫວຽດ ກວດພະຍາດໃຫ້ແກ່ລຸງ ມາຍຄັກຈ້ອງ 
TAG
VOV/VOVworld/ທ່ານ​ໝໍ/ກວດ​ພະ​ຍາດ/ນະ​ຄອນ ໂຮ່​ຈີ​ມິນ/ນະ​ຄອນຫຼວງ ວຽງ​ຈັນ