VOV WorldVOV World
1 ປີ ຫຼັງ​ວິ​ນາດ​ຊະ​ກຳ​ແຜ່ນ​ດິນ​ໄຫວ​ຢູ່ ຕວັກ​ກີ
06/02/2024 09:19
(VOVWORLD) - 1 ປີ ພາຍຫຼັງເຫດແຜ່ນດິນໄຫວທີ່ຮ້າຍແຮງເກີດຂຶ້ນເມື່ອວັນທີ 06 ກຸມພາ 2023, ເຮັດໃຫ້ຊາວ ຕວັກກີ ກວ່າ 53.000 ຄົນ ເສຍຊີວິດ, ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງ, ສ້າງຊີວິດຂອງປະຊາຊົນຄືນໃໝ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຄວາມຊອ໋ກທາງຈິດໃຈ, ໃນຂະນະທີ່ປະຊາຊົນນັບແສນຄົນພວມອາໄສແບບຊົ່ວຄາວໃນເຮືອນຕູບ ແລະ ຕູ້ຄອນແທນເນີ.
1 ປີ ຫຼັງ​ວິ​ນາດ​ຊະ​ກຳ​ແຜ່ນ​ດິນ​ໄຫວ​ຢູ່ ຕວັກ​ກີ
ວັນທີ 06 ກຸມພາ 2023, 2 ເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,8 ແລະ 7,5 ຣິກເຕີ ໄດ້ເກີດຂຶ້ນຢູ່ບັນດາແຂວງພາກໃຕ້ຂອງ ຕວັກກີ ແລະ ເຂດຊາຍແດນ ລະຫວ່າງ ຕວັກກີ ແລະ ຊີຣີ. ນີ້ແມ່ນບັນດາເຫດແຜ່ນດິນໄຫວທີ່ແຮງທີ່ສຸດຢູ່ ຕວັກກີ ໃນຮອບເວລາເກືອບ 1 ທົດສະວັດຜ່ານມາ, ອັນໄດ້ມ້າງເປເພເຮືອນຊານນັບພັນຫຼັງ ແລະ ເຮັດໃຫ້ປະຊາຊົນຈຳນວນ 53.537 ຄົນຖືກເສຍຊີວິດ.
TAG
VOV/VOVworld/ອະສັງຫາລິມະຊັບ/ຕວັກກີ/ແຜ່ນ​ດິນ​ໄຫວ