2017 - ປີແຫ່ງຕົວເລກສະຖິຕິຂອງການດຶງດູດທຶນ FDI ຫວຽດນາມ
14/02/2018 03:00
(VOVWORLD) - ໃນປີ 2017, ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂະແໜງ, ຂົງເຂດ, ໃນນັ້ນ, ຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດ ໄດ້ດຶງດູດຄວາມສົນໃຈຫລາຍຢ່າງຈາກນັກລົງທຶນຕ່າງປະເທດ ດ້ວຍຍອດຈຳນວນທຶນເກືອບ 16 ຕື້ USD, ກວມກ່ວາ 44% ຍອດຈຳນວນເງິນລົງທຶນຈົດທະບຽນ.
ປີ 2017, ຍອດຈຳນວນທຶນຈົດທະບຽນໃໝ່, ເພີ່ມຕື່ມ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ບັນລຸເກືອບ 36 ຕື້ USD, ທຶນປະຕິບັດບັນລຸເກືອບ 20 ຕື້ USD. ນີ້ແມ່ນຕົວເລກເຕີບໂຕສູງສຸດຂອງເງິນລົງທຶນໂດຍກົງຕ່າງປະເທດເຂົ້າ ຫວຽດນາມ (FDI) ໃນ 10 ປີມານີ້. (ພາບປະກອບ) ໃນປີ 2017, ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂະແໜງ, ຂົງເຂດ, ໃນນັ້ນ, ຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດ ໄດ້ດຶງດູດຄວາມສົນໃຈຫລາຍຢ່າງຈາກນັກລົງທຶນຕ່າງປະເທດ ດ້ວຍຍອດຈຳນວນທຶນເກືອບ 16 ຕື້ USD, ກວມກ່ວາ 44% ຍອດຈຳນວນເງິນລົງທຶນຈົດທະບຽນ. ຖັດມາແມ່ນຂົງເຂດຜະລິດ, ສະໜອງໄຟຟ້າ; ທຸລະກິດອະສັງຫາລິມະຊັບ, ມີ 115 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນຢູ່ ຫວຽດນາມ. ໃນນັ້ນ ຍີ່ປຸ່ນ ຢືນອັນດັບທີ 1 ດ້ວຍຍອດຈຳນວນເງິນລົງທຶນກ່ວາ 9 ຕື້ USD, ຖັດຈາກນັ້ນ ແມ່ນ ສ.ເກົາຫຼີ ແລະ ສິງກະໂປ.
TAG
VOV/VOVworld/ສະພາບແວດລ້ອມແຫ່ງການລົງທຶນ/ເສດຖະກິດ ຫວຽດນາມ
Related








