VOV WorldVOV World
ຮ່າ​ໂນ້ຍ ແລະ ຫວຽດ​ນາມ ຈະ​ ສ້າງ​ໄຊ​ຊະ​ນະ​ໃຫມ່ໃນ​ການ​ຕໍ່​ສູ້ນີ້
26/03/2020 10:17
(VOVWORLD) -ນະຄອນຫລວງ ຮ່າໂນ້ຍ ແລະ ທົ່ວປະເທດຫວຽດນາມ ໃນຊຸມມື້ນີ້ພວມກ້າວເຂົ້າສູ່ການຕໍ່ສູ້ຄັ້ງໃຫມ່. ສັດຕູ ທີ່ບໍ່ມີຮູບຮ່າງ ແຕ່ເປັນອັນຕະລາຍທີ່ສຸດ. ບໍ່ພຽງແຕ່ແມ່ນ ໄວຣັດ SARS-CoV2 ເທົ່ານັ້ນ ຫາກຍັງແມ່ນສິ່ງທີ່ຊົ່ວຮ້າຍພວມຊ້ອນແຝງເຂົ້າຈິດໃຈຂອງມະນຸດ ດ້ວຍຄວາມເປັນຫ່ວງ, ຄວາມວິຕົກວັງວົນເກີນກວ່າເຫດ, ຄວາມລະແວງສົງໃສ… ແຕ່ຄືດັ່ງທຳນອງເພງ “ ຮ່າໂນ້ຍ ມີຄວາມເຊື່ອໝັ້ນ ແລະ ມີຄວາມຫວັງ” ໂດຍນັກປະພັນເພງ ຟານເຍິນ ປະດິດແຕ່ງນັ້ນ ແນ່ນອນວ່າ ຮ່າໂນ້ຍ ແລະ ຫວຽດນາມ ຈະສ້າງໄຊຊະນະໃຫມ່ໃນການຕໍ່ສູ້ນີ້.
ຮ່າ​ໂນ້ຍ ແລະ ຫວຽດ​ນາມ ຈະ​ ສ້າງ​ໄຊ​ຊະ​ນະ​ໃຫມ່ໃນ​ການ​ຕໍ່​ສູ້ນີ້
ບັນດາແພດໝໍປະຕິບັດງານຢູ່ສະຫນາມບິນສາກົນໂນ້ຍບາຍ ພາບ:tuoitre.vn   ການຕໍ່ສູ້ສະກັດກັ້ນໂລກພະຍາດ Covid-19  ຢູ່ ຮ່າໂນ້ຍ ເປັນເລື່ອງທຳມະດາທີ່ທຸກຄົນຕ້ອງໄດ້ເຮັດ. ຄວາມເຊື່ອໝັ້ນຕ້ອງໄດ້ຮັບໄຊຊະນະກໍ່ແມ່ນສິ່ງທີ່ບໍ່ແປກໃຈ. ເພາະວ່າ ເມື່ອເກີດເຫດອັນຕະລາຍຫລາຍຄັ້ງ ຮ່າໂນ້ຍ ລ້ວນແຕ່ຍາດໄດ້ຜົນງານອັນສະຫງ່າລາສີ. ພວກເຮົາມີຄວາມເອກອ້າງທະນົງໃຈເມື່ອໄດ້ດຳລົງຊີວິດ ແລະ ພ້ອມກັບ ຮ່າໂນ້ຍ ເຂົ້າຮ່ວມການຕໍ່ສູ້ອັນຫຍຸ້ງຍາກລຳບາກນີ້.
TAG
VOV/VOVworld/ວິຕົກກັງວົນ/ເພື່ອປະຊາຊົນ