VOV WorldVOV World
ອາ​ຊຽ​ນ-ສ.ເກົາຫຼີ ການ​ຮ່ວມ​ມື​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ
18/06/2019 09:08
(VOVWORLD) - ສັບປະດາອາຊຽນສະເຫຼີມສະຫຼອງ 30 ປີແຫ່ງວັນການໂອ້ລົມສົນທະນາລະຫວ່າງອາຊຽນ-ສ.ເກົາຫຼີ ຫາກໍ່ສີ້ນສຸດລົງເມື່ອວັນທີ 16 ມິຖຸນາຜ່ານມາ ຢູ່ນະຄອນຫຼວງເຊີອູນ ປະເທດສ.ເກົາຫຼີ. ເຫດການຄັ້ງນີ້ໄດ້ສ້າງບັນຍາກາດມຸ້ງໄປເຖິງການຈັດກອງປະຊຸມສຸດຍອດພິເສດ ອາຊຽນ-ສ.ເກົາຫຼີ ສຳເລັດຜົນ ໃນເດືອນພະຈິກຈະມາເຖິງ ໃນໂອກາດ ສະເຫຼີມສະຫຼອງ 30 ປີແຫ່ງວັນການໂອ້ລົມສົນທະນາລະຫວ່າງອາຊຽນ-ສ.ເກົາຫຼີ.
ອາ​ຊຽ​ນ-ສ.ເກົາຫຼີ ການ​ຮ່ວມ​ມື​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ
ວາລະປະຊຸມໃນສັບປະດາເລີ່ມຕົ້ນດຳເນີນທຸລະກິດອາຊຽນ-ສ.ເກົາຫຼີ ຢູ່ແຂວງ Gyeonggi (ພາບ: ASEAN - KOREA CENTRE )       ບັນດາຜູ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນການໂອ້ລົມສົນທະນາລະຫວ່າງອາຊຽນ-ສ.ເກົາຫຼີ ແມ່ນຊາວສ.ເກົາຫຼີ, ຊາວອາຊຽນ, ຊາວເຊີອູນ. ເຫດການນີ້ແມ່ນ “ການທ່ອງທ່ຽວອາຊຽນຂອງປະຊາຊົນ” ເພື່ອຮັບປະທານອາຫານການກິນ, ຮັບຊົມການສະແດງຊຸດອາພອນສະໄໝ ແລະ ສະແດງສິລະປະທີ່ມີຫຼາຍຮູບຫຼາຍແບບຂອງ 10 ປະເທດອາຊຽນ. ນີ້ກໍ່ແມ່ນໂອກາດເພື່ອແບ່ງປັນບັນດາຄຸນຄ່າຂອງອາຊຽນ, ປະກອບສ່ວນຍົກສູງສາຍສຳພັນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ ສເກົາຫຼີ ແລະ ອາຊຽນ.
TAG
VOV/VOVworld/ອາຊຽນ-ສ.ເກົາຫຼີ/ການຮ່ວມມືແທດຈິງ/ປະສິດທິຜົນ/ແຂວງ Gyeonggi/ທ່ານປະທານາທິບໍດີ Moon Jae-in