VOV WorldVOV World
ອາຊຽນ ຈະບໍ່ຖືກປະປ່ອຍຢູ່ທາງຫລັງໃນການປະຕິວັດອຸດສາຫະກຳ 4.0
29/08/2018 09:03
(VOVWORLD) - ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2018 (WEF 2018) ໂດຍ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກຈັດຕັ້ງ ຈະດຳເນີນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 11 – 13 ກັນຍາ ຈະມາເຖິງ.
ອາຊຽນ ຈະບໍ່ຖືກປະປ່ອຍຢູ່ທາງຫລັງໃນການປະຕິວັດອຸດສາຫະກຳ 4.0
ນີ້ແມ່ນໜຶ່ງໃນບັນດາກອງປະຊຸມທີ່ມີຂອບຂະໜາດໃຫຍ່ ແລະ ສຳຄັນຂອງເວທີປາໄສເສດຖະກິດໂລກໃນພາກພື້ນ, ພ້ອມທັງແມ່ນໜຶ່ງໃນບັນດາເຫດການພົວພັນຕ່າງປະເທດໃຫຍ່ຂອງ ຫວຽດນາມ ໃນປີ 2018. ດ້ວຍຫົວຂໍ້ວ່າ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ຈະແມ່ນໂອກາດເພື່ອໃຫ້ບັນດາປະເທດ ອາຊຽນ ຕີລາຄາກາລະໂອກາດ ກໍ່ຄືແກ້ໄຂບັນດາສິ່ງທ້າທາຍເພື່ອໃຫ້ ອາຊຽນ “ບໍ່ຖືກປະປ່ອຍຢູ່ທາງຫລັງ” ໃນສັງກາດດີຈີຕອນ. (ພາບປະກອບ) ການປະຕິວັດອຸດສາຫະກຳຄັ້ງທີ 4. ດ້ວຍເຕັກໂນໂລຢີບຸກທະລຸຫລາຍຢ່າງ ທີ່ມີລັກສະນະປະດິດຄິດສ້າງ ພວມສົ່ງກໍ່ຜົນກະທົບຢ່າງເລິກເຊິ່ງຕໍ່ ອາຊຽນ ແລະ ແຕ່ລະປະເທດໃນກຸ່ມ ອາຊຽນ, ຮຽກຮ້ອງ ອາຊຽນ ຕ້ອງປັບຕົວໃຫ້ແທດເໝາະ, ປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງ.
TAG
VOV/VOVworld/ອາຊຽນ/ການປະຕິວັດອຸດສາຫະກຳ 4.0

More