ອາຊຽນ ສະໜິດຕິດພັນ ແລະ ຮັບມື, ຮັກສາສຸຂະພາບໃຫ້ແກ່ປະຊາຊົນ
26/02/2020 09:20
(VOVWORLD) - ຖືປະຊາຊົນເປັນໃຈກາງ, ໃນນັ້ນ ການເພີ່ມທະວີຍົກສູງສຸຂະພາບໃຫ້ປະຊາຊົນແມ່ນເປົ້າໝາຍ ເຊິ່ງປະຊາຄົມ ອາຊຽນ ຍາມໃດກໍ່ມຸ່ງໄປເຖິງ. ໃນສະພາບໂລກລະບາດ Covid-19 ພວມແຜ່ລະບາດຢ່າງກ້ວາງຂວາງ ແລະ ຜັນແປຢ່າງສັບສົນນັ້ນ, ອາຊຽນ ໄດ້ສາມັກຄີກັນ ແລະ ຮັບມື, ຮັບປະກັນຄວາມປອດໄພໃຫ້ສຸຂະພາບປະຊາຊົນບັນດາປະເທດສະມາຊິກ, ຮັກສາການພັດທະນາວັດທະນາຖາວອນລວມຂອງ ອາຊຽນ.

ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi (ພາບ: Chinhphu.vn) ໃນໄລຍະຜ່ານມາ, ການຮ່ວມມືດ້ານສາທາລະນະສຸກ, ການເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນ ອາຊຽນ ຍາມໃດກໍ່ໄດ້ຮັບການສົມທົບກັນຢ່າງມີປະສິດທິຜົນຈາກບັນດາປະເທດສະມາຊິກ ອາຊຽນ. ໃນບັນດາໂຄງການດຳເນີນງານ, ບັນດາເວທີປາໄສ, ສຸຂະພາບແມ່ນໜຶ່ງໃນບັນດາເນື້ອໃນບຸລິມະສິດ. ອາຊຽນ ໄດ້ພ້ອມກັນແບ່ງປັນບົດຮຽນ, ເຕັກໂນໂລຊີກໍ່ຄືແຫຼ່ງກຳລັງ ແລະ ບຳລຸງສ້າງດ້ານວິຊາສະເພາະວິຊາການ ເພື່ອສະໜອງການບໍລິການເບິ່ງແຍງດູແລສຸຂະພາບທີ່ມີຄຸນນະພາບສູງໃຫ້ແກ່ປະຊາຊົນ.
TAG
VOV/VOVworld/ອາຊຽນ/ສະໜິດຕິດພັນ/ປະຊາຊົນ
Related








