ໄຟໄຫມ້ປ່າ Amazon ບໍ່ແມ່ນເລື່ອງສະເພາະຂອງແຕ່ລະປະເທດ
05/09/2019 10:28
(VOVWORLD) -ວັນທີ 6 ກັນຍາ, ຢູ່ ນະຄອນ Leticia ປະເທດ ໂຄລົມເບຍ ໄດ້ດຳເນີນກອງປະຊຸມສຸດຍອດຂອງບັນດາປະເທດມີປ່າ Amazon ເພື່ອປຶກສາຫາລືນະໂຍບາຍລວມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຂຸດຄົ້ນປ່າແບບຍືນຍົງໃນພາກພື້ນ. ເຫດການນີ້ ດຳເນີນໃນສະພາບການທີ່ສອງສາມອາທິດຜ່ານມາ ເຂດປ່າ Amazon ຖືກໄຟໄຫມ້ຢ່າງຮ້າຍແຮງກວ່າໝູ່ໃນຫລາຍປີຜ່ານມາ. ໄພພິບັດນີ້ໄດ້ຮັບຖືວ່າ ແມ່ນຜົນກະທົບຢ່າງແຮງຕໍ່ການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ. ແລະ ປະຈຸບັນ ເລື່ອງໄຟໄຫມ້ປ່າ Amazon ບໍ່ແມ່ນເລື່ອງສະເພາະຂອງແຕ່ລະປະເທດອີກ.

ໄຟໄຫມ້ປ່າ Amazon Amazon ແມ່ນເຂດປ່າເຂດຮ້ອນໃຫຍ່ກວ່າໝູ່ໃນໂລກ ດ້ວຍເນື້ອທີ່ເກືອບ 7,6 ລ້ານກິໂລຕາແມັດ ແກ່ຍາວໄປຜ່ານບັນດາປະເທດ ຄື: ບຣາຊີນ, ເປຣູ, ໂຄລົມເບຍ, ເວເນຊູເອລາ, ໂບລີເວຍ, ອີກົວໂດ, ຊູຣີເນັມ ແລະ ເຂດດິນແດນ ກີຊານາ ຂອງ ຝລັ່ງ. ເຫດໄຟໄຫມ້ໄດ້ເກີດຂຶ້ນໃນທ້າຍເດືອນ ກໍລະກົດ ແຕ່ຫລັງຈາກນັ້ນປະມານ 3 ອາທິດ, ໂລກ ຈຶ່ງເຫັນໄດ້ສະພາບການຮ້າຍແຮງຂອງມັນ. ສາຍເຫດ ສ່ວນຫນຶ່ງແມ່ນເລີ່ມມາຈາກບັນດາປັດໄຈທຳມະຊາດ ເມື່ອລະດູແລ້ງວຽນມາ ແຕ່ກໍ່ຍ້ອນ ການກະທຳບໍ່ລະມັດລະວັງຂອງປະຊາຊົນໃນວິວັດການເຮັດກະສິກຳ.
TAG
VOV/VOVworld/ໄຟໄຫມ້ປ່າ
Related








