VOV WorldVOV World
ບາດກ້າວເດີນຕັ້ງຫນ້າໃນການເຈລະຈາສັນຍາ NAFTA
30/08/2018 08:00
(VOVWORLD) -ພາຍຫລັງການເຈລະຈາ ສັນຍາການຄ້າເສລີອາເມລິກາເຫນືອ (NAFTA) ໂດຍບໍ່ມີທາງອອກ, ປະຈຸບັນ ພວມປະກົດອອກບັນດາຄວາມຄືບຫນ້າທີ່ດີ. ນີ້ແມ່ນສັນຍານຕັ້ງຫນ້າ ຍ້ອນບັນດາການປຶກສາຫາລື 3 ຝ່າຍ (ອາເມລິກາ, ເມຊີກໂກ ແລະ ການາດາ) ແກ່ຍາວເກືອບ 1 ປີ ເພື່ອຊອກທິດຮຽບຮຽງຂໍ້ຕົກລົງນີ້ຄືນໃຫມ່ ແຕ່ເກືອບຄືວ່າບໍ່ບັນລຸບາດກ້າວບຸກທະລຸ, ຊ້ຳບໍ່ໜຳ ມີບາງຈຸດເວລາ ສັນຍາ NAFTA ເກືອບຈະຖືກພັງທະລາຍ. ເຖິງວ່າ ມີບາດກ້າວຕັ້ງຫນ້າກໍ່ຕາມ ແຕ່ເສັ້ນທາງກ້າວໄປເຖິງການບັນລຸຂໍ້ຕົກລົງໄດ້ຢ່າງສົມບູນແບບໃນປີນີ້ ນັ້ນແມ່ນຍັງຈະປະສົບກັບຄວາມຫຍຸ້ງຍາກຢູ່.
ບາດກ້າວເດີນຕັ້ງຫນ້າໃນການເຈລະຈາສັນຍາ NAFTA
 ອາເມລິກາບໍ່ປະນິປະນອມຕໍ່ການເຈລະຈາການຜະລິດລົດໂອໂຕ ພາບ:hanoimoi.com ສັນຍາການຄ້າເສລີ ອາເມລິກາເຫນືອ ແມ່ນສັນຍາການຄ້າເສລີ ລະຫວ່າງ 3 ປະເທດ ຄື: ການາດາ, ອາເມລິກາ ແລະ ເມຊິກໂກ ລົງນາມໃນວັນທີ 12 ສິງຫາ ປີ 1993 ແລະ ມີຜົນສັກສິດແຕ່ວັນທີ 1 ມັງກອນປີ 1994. ພາຍຫລັງ 1 /4 ສະຕະວັດແຫ່ງການພົວພັນແລກປ່ຽນດ້ານການຄ້າ, NAFTA ແມ່ນແຫລ່ງທີ່ສຳຄັນໃນການສ້າງລະດັບເຕີບໂຕດ້ານເສດຖະກິດໃຫ້ແກ່ 3 ປະເທດທີ່ເຂົ້າຮ່ວມ. ຕາມການສະຖິຕິແລ້ວ, ການແລກປ່ຽນດ້ານການຄ້າພາຍໃນກຸ່ມບັນລຸ 1.200 ຕື້ USD ໃນປີ 2017,  ໃນນັ້ນ ອາເມລິກາ ພວມແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງ ທັງ ເມຊິກໂກ ແລະ ການາດາ.  
TAG
VOV/VOVworld/ນັກລົງທຶນ

More