ບາດກ້າວສຳຄັນໃນວິວັດການສ້າງ EVFTA ໃຫ້ປະກົດຜົນເປັນຈິງ
01/04/2020 09:58
(VOVWORLD) - ສະພາເອີຣົບ (EC) ຫາກໍ່ຮັບຮອງເອົາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ພາຍຫລັງສັນຍາດັ່ງກ່າວໄດ້ຮັບການໃຫ້ສັດຕະຍາບັນຈາກລັດຖະສະພາ ເອີຣົບໃນວັນທີ 12 ກຸມພາ 2020.

ການ ຕົກ ລົງ ດັ່ງ ກ່າວ ແມ່ນ ບາດ ກ້າວ ນິ ຕິ ກຳສຸດ ທ້າຍ ຕາມ ລະ ບຽບ ການ ໃຫ້ ສັດ ຕະ ຍາ ບັນ ພາຍ ໃນ ຂອງ ອີ ຢູ ເພື່ອ ໃຫ້ສັນ ຍາ EVFTA ມີ ຜົນ ສັກ ສິດ . ປັດ ຈຸ ບັນ , EVFTA ຕ້ອງ ໄດ້ ຮັບ ການ ໃຫ້ ສັດ ຕະ ຍາ ບັນ ຈາກ ສະ ພາ ແຫ່ງ ຊາ ດ ຫວຽດ ນາມ ແລະ 2 ຝ່າຍ ຈະ ສຳ ເລັດ ລະ ບຽບ ການ ປະ ກາດ ຕາມ ຂໍ້ ກຳ ນົດ ຂອງ ສັນ ຍາ ( ຄາດ ວ່າ ຈ ະ ດຳ ເນີນໃນ ຮອບ ເວ ລາ 30 ວັນ , ນັບ ແຕ່ມື້ ປະ ກາດ ) ຈ ະ ມີ ຜົນ ສັກ ສິດ ຢ່າງເປັນທາງການນັບ ທັງ ອີ ຢູ ແລະ ຫວຽດ ນາມ . (ພາບປະກອບ) ເລື່ອງສະພາເອີຣົບ ຮັບຮອງເອົາສັນຍາການຄ້າເສລີ (EVFTA) ເຊິ່ງທັງ ອີຢູ ແລະ ຫວຽດນາມ, ພິເສດແມ່ນປະຊາຄົມວິສາຫະກິດ 2 ຝ່າຍໄດ້ຄອງຄອຍມາພາຍຫລັງເກືອບ 8 ປີ, ນັບແຕ່ເມື່ອ 2 ຝ່າຍເລີ່ມດຳເນີນການເຈລະຈາ EVFTA ຢ່າງເປັນທາງການໃນ ເດືອນ ມິຖຸນາ 2012. ການຕົກລົງດັ່ງກ່າວ ກໍ່ສະແດງໃຫ້ເຫັນວ່າ ອີຢູ ຖືເປັນສຳຄັນຕໍ່ບົດບາດ, ທີ່ຕັ້ງ ແລະ ຄວາມສາມາດບົ່ມຊ້ອນການພັດທະນາຂອງ ຫວຽດນາມ.
TAG
VOV/VOVworld/EVFTA/ສັນຍາ/ການຄ້າເສລີ
Related








