VOV WorldVOV World
ບໍ່ມີສິ່ງໃດປະຕິເສດໄດ້ຜົນງານແຫ່ງການປະຕິວັດຂອງຊາດຫວຽດນາມ
31/08/2018 09:11
(VOVWORLD) -ເດືອນສິງຫາຂອງ 73 ປີກ່ອນນີ້, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ມີຄວາມຟົດຟື້ນມ່ວນຊື່ນຕໍ່ຄວາມເອກອ້າງທະນົງໃນທີ່ລົ້ນເຫຼືອ ເມື່ອປະເທດຊາດໄດ້ຫຼຸດພົ້ນອອກຈາກແອກຂ້າທາດ ແລະຊີວິດການເປັນຢູ່ທີ່ລໍາບາກກາກກໍາ. ນັບແຕ່ນັ້ນມາ, ປະຊາຊົນໄດ້ມີເອກະລາດ - ມີຄວາມເສລີພາບ ເພື່ອສ້າງສາປະເທດຊາດ, ສ້າງສາບ້ານເກີດເມືອງນອນ ແລະ ສ້າງຄອບຄົວຂອງຕົນໃຫ້ມີຄວາມອົບອຸ່ນ. ເມື່ອລະດູໃບໄດ້ຫຼົ່ນວຽນມາ, ວັນບຸນສະຖາປະນາປະເທດແຕ່ລະເທື່ອ, ຢູ່ທຸກແຫ່ງຫົນຂອງປະເທດຫວຽດນາມ ແມ່ນເຕັມໄປດ້ວຍສີແດງຂອງທຸງຊາດ - ສີແດງຂອງການເສຍສະຫຼະເລືອດເນື້ອ ແລະສີແດງຂອງຄວາມເອກອ້າງທະນົງໃຈຕໍ່ໝາກຜົນແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ. ບັນຍາກາດດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຕໍ່ປະເທດຫວຽດນາມທີ່ນັບມື້ນັບພັດທະນາຢ່າງໝັ້້ນຄົງ ແລະ ເຊື່ອມໂຍງ.
ບໍ່ມີສິ່ງໃດປະຕິເສດໄດ້ຜົນງານແຫ່ງການປະຕິວັດຂອງຊາດຫວຽດນາມ
        ເດືອນສິງຫາ ປີ  1945, ປະຊາຊົນຫວຽດນາມ ໄດ້ປະຕິບັດສໍາເລັດພາລະກິດແຫ່ງການລຸກຮື້ຂຶ້ນການປະຕິວັດເດືອນສິງຫາໃນທົ່່ວປະເທດ, ມ້າງທໍາລາຍແອກຄອບຄອງຂອງພວກລ່າເມືອງຂຶ້ນ ແລະສັກດີນາ, ສ້າງບາດລ້ຽວສໍາຄັນ ແລະ ເປີດສັງກາດໃໝ່ໃຫ້ແກ່ຊາຕະກໍາປະຫວັດສາດແຫ່ງຊາດ. ນັ້ນແມ່ນໝາກຜົນຂອງວິວັດການຕໍ່ສູ້, ການປະຕິວັດອັນຢືດເຍື້ອຍາວນານ, ທຸກຍາກລໍາບາກ ແລະອົງອາດກ້າແກ່ນຂອງປະຊາຊົນຫວຽດນາມ ພາຍໃຕ້ການຊີ້ນໍານໍາພາອັນປີຊາສາມາດຂອງ ພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ. ໄຊຊະນະດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍສໍາລັບຊາດຫວຽດນາມເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຂະບວນການປະຕິວັດຂອງຊາດ ປະຊາທິປະໄຕໃນໂລກອີກດ້ວຍ.
TAG
VOV/VOVworld/ວັນບຸນສະຖາປະນາປະເທດ/ວັນຊາດ/ແອກຄອບຄອງ

More