VOV WorldVOV World
ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ
26/07/2019 09:03
(VOVWORLD) -ໃຫ້ບຸລິມະສິດ ແລະ ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ນັບແຕ່ເມື່ອປະທານໂຮ່ຈີມິນ ໄດ້ຖືເອົາວັນທີ 27 ກໍລະກົດແມ່ນວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ໃນຕະຫຼອດ 70 ກ່ວາປີຜ່ານມາ, ລະບົບກົດໝາຍ, ນະໂຍບາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ໄດ້ຖືກຜັນຂະຫຍາຍຢ່າງຮອບດ້ານ ຊື່ງບໍ່ພຽງແຕ່ສະແດງໃຫ້ເຫັນການໃຫ້ບຸລິມະສິດພິເສດຂອງພັກ, ລັດທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນສະຫວັດດີການສັງຄົມ, ການພັດທະນາປະເທດຊາດແບບຍືນຍົງອີກດ້ວຍ.
ພາບ: http://baosonla.org.vn      ພ້ອມກັບບັນດາການເຄື່ອນໄຫວທີ່ພົ້ນເດັ່ນຄື: ໄປຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນແຫ່ງສາຍຈິດມິດໃຈໃຫ້ແກ່ບັນດາຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27 ກໍລະກົດນັ້ນ, ໃນໄລຍະຜ່ານມາ, ລະບົບກົດໝາຍ, ນະໂຍບາຍກ່ຽວກັບຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດຍາມໃດກໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ. ເປົ້າຫມາຍໄດ້ຮັບນະໂຍບາຍ ແລະ ລະບອບບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກໍ່ໄດ້ເປີດກ້ວາງ, ກ້າວເຂົ້າສູ່ການຮັບປະກັນສິດຜົນປະໂຫຍດເໝາະສົມສຳລັບສິ່ງທີ່ເຂົາເຈົ້າໄດ້ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
TAG
VOV/VOVworld/ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ/ທະຫານເສຍອົງຄະ/ນັກຮົບເສຍສະຫຼະຊີວິດເພື່ອຊາດ/ວັນທີ 27 ກໍລະກົດ/ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ