VOV WorldVOV World
ຮັບປະກັນໃຫ້ປະຊາຊົນມີສຸຂະພາບເຂັ້ມແຂງເພື່ອຍົກສູງສິດທິມະນຸດ
27/02/2020 09:44
(VOVWORLD) -ເບິ່ງແຍງສຸຂະພາບ ແລະ ປົກປ້ອງໃຫ້ປະຊາຊົນຕໍ່ຫນ້າສະພາບໂລກລະບາດອັນຕະລາຍ ແມ່ນຄາດໝາຍສຳຄັນໃນເປົ້າໝາຍພັດທະນາສະຫັດສະວັດຂອງ ສປຊ. ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມພ້ອມກັບປະຊາຄົມໂລກ ຜັນຂະຫຍາຍບັນດາມາດຕະການຍູ້ໂລກລະບາດ Covid 19 ໃຫ້ຖອຍໄປ ດ້ວຍລະບົບການແພດປ້ອງກັນຢ່າງຄົບຖ້ວນ ແລະ ມີຈິດໃຈກຽມພ້ອມບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ. ນີ້ແມ່ນສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຂອງການຍົກສູງສິດທິມະນຸດຢູ່ຫວຽດນາມ.
ຮັບປະກັນໃຫ້ປະຊາຊົນມີສຸຂະພາບເຂັ້ມແຂງເພື່ອຍົກສູງສິດທິມະນຸດ
 ແພດໝໍໂຮງໝໍ  ເຈີ້ເຣີຍ ຫວຽດນາມ ກວດພະຍາດ ໃຫ້ຜູ້ຕິດເຊື້ອ    ໄວຣັດ covid 19 ວັນແພດໝໍ ຫວຽດນາມ (27/2) ປີນີ້ ແມ່ນຊ່ວງເວລາຍາກທີ່ຈະຫລົງລືມໄດ້ ແລະ ຈະໄດ້ເຕື້ອງເຖິງໃນຊຸມປີຈະມາເຖິງ ສຳລັບທັງລະບົບຂະແຫນງສາທາລະນະສຸກ, ບັນດາແພດໝໍ ທ່ານໝໍ ພາລະກອນການແພດ ແລະ ນັບທັງປະຊາຊົນຫວຽດນາມ ແຕ່ລະຄົນ. ໃນສະພາບການຮ້ອນເຮັ່ງຍ້ອນໂລກລະບາດ Covid 19 , ລະບົບສາທາລະນະສຸກ, ຂະແຫນງການແພດ ຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບສູງເທົ່ານັ້ນ ຫາກຍັງຢັ້ງຢືນກຳລັງຄວາມສາມາດກຽມພ້ອມໃນການຮັບມື ແລະ ຄວບຄຸມບັນດາບັນຫາສາທາລະນະສຸກທີ່ຮີບເຮັ່ງອີກດ້ວຍ.
TAG
VOV/VOVworld/ເບິ່ງແຍງສຸຂະພາບ/ພະນັກງານການແພດ