VOV WorldVOV World
ຈັດຕັ້ງບັ້ນດຳເນີນຊີວິດການເມືອງໃນທົ່ວປະເທດເປັນຢ່າງດີ, ເລິກເຊິ່ງກ້ວາງຂວາງ
19/06/2019 08:21
(VOVWORLD) - ການຈັດຕັ້ງບັ້ນດຳເນີນຊີວິດການເມືອງໃນທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນເປັນຢ່າງດີ ແລະ ເລິກເຊິ່ງກ້ວາງຂວາງ ແມ່ນຫົວຂໍ້ຂອງບົດຂຽນຫວ່າງແລ້ວນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດກົມການເມືອງປະກາດໃຊ້ຄຳສັ່ງເລກທີ 35 ກ່ຽວກັບກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.
ຈັດຕັ້ງບັ້ນດຳເນີນຊີວິດການເມືອງໃນທົ່ວປະເທດເປັນຢ່າງດີ, ເລິກເຊິ່ງກ້ວາງຂວາງ
ບົດຂຽນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ມີລັກສະນະກຳນົດທິດຢ່າງເລິກເຊິ່ງ ເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນເພື່ອບັນລຸໝາກຜົນດີງາມ.         ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນອາຍຸການ 2020 – 2025 ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈະໄດ້ຈັດຕັ້ງໃນປີ 2020. ກອງປະຊຸມຈະດຳເນີນໃນສະພາບທີ່ປະເທດ ຫວຽດນາມ ໄດ້ຜ່ານ 35 ປີແຫ່ງການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, 10 ປີແຫ່ງການປະຕິບັດຍຸດທະສາດການພັດທະນາເສດຖະກິດ - ສັງຄົມ 2011 – 2020 ດ້ວຍບັນດາຜົນງານທີ່ເປັນໜ້າເອກອ້າງທະນົງໃຈ.
TAG
VOV/VOVworld/ບັ້ນດຳເນີນຊີວິດການເມືອງ/ອົງ​ຄະ​ນະ​ພັກ/ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ/ສູນ​ກາງ