ເບິ່ງແຍງດູແລ, ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ ແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ
27/02/2024 16:00
(VOVWORLD) - ວັນທີ 27 ກຸມພາ ແມ່ນວັນແພດໝໍ ຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ສັງຄົມສະແດງຄວາມເຄົາລົບນັບຖື, ເຊີດຊູແພດໝໍ ແລະ ເອກອ້າງທະນົງໃຈກ່ຽວກັບຜົນງານອັນຍິ່ງໃຫຍ່ເຊິ່ງຂະແໜງສາທາລະນະສຸກບັນລຸໄດ້. ການສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ກໍຊີ້ໃຫ້ເຫັນຢ່າງຈະແຈ້ງເປົ້າໝາຍສູງສຸດຂອງພັກ ແລະ ລັດ ຫວຽດນາມ ນັ້ນແມ່ນ ສ້າງລະບົບສາທາລະນະສຸກທີ່ຍຸຕິທຳ, ມີຄຸນນະພາບສູງ, ມີປະສິດທິຜົນ ແລະ ເຊື່ອມໂຍງເຂົ້າກັບສາກົນ, ມຸ່ງໄປເຖິງການປະຕິບັດນະໂຍບາຍກ່ຽວກັບການເບິ່ງແຍງດູແລສຸຂະພາບທົ່ວປວງຊົນ ແລະ ສາທາລະນະສຸກທົ່ວປວງຊົນຢ່າງທົ່ວເຖິງ.

ການກວດພະຍາດ ໂດຍບໍ່ເກັບຄ່າ ຢູ່ ດ່າໜັງ (ພາບ: VOV)
TAG
VOV/VOVworld/ເບິ່ງແຍງດູແລ/ປົກປ້ອງສຸຂະພາບ/ສາທາລະນະສຸກ
Related








