VOV WorldVOV World
ແງ່ຫວັງ ຫວຽດນາມ 2018 ຜ່ານການຕີລາຄາຂອງເພື່ອນມິດສາກົນ
15/02/2018 17:00
(VOVWORLD) - ເສດຖະກິດພັດທະນາຢ່າງໝັ້ນທ່ຽງ, ລັດຖະບານຕັດສິນໃຈໃນການກະທຳ, ການປະຕິຮູບລະບອບລະບຽບການຢ່າງແຮງ, ບົດບາດ ແລະ ຖານະບົດບາດຂອງປະເທດໃນເວທີສາກົນນັບມື້ນັບເພີ່ມຂຶ້ນ. ບັນດາປັດໃຈດັ່ງກ່າວໄດ້ພາໃຫ້ວົງການນັກຊ່ຽວຊານ, ນັກການທູດ, ນັກລົງທຶນຕ່າງປະເທດ, ຄູ່ຮ່ວມມືສາກົນລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງພັດທະນາຂອງ ຫວຽດນາມ ໃນປີ 2018 ແລະ ໃນຊຸມປີຕໍ່ໄປ.
ປີ 2017 ໄດ້ຮັບການຕີລາຄາວ່າ ແມ່ນປີປະສົບຜົນສຳເລັດຂອງ ຫວຽດນາມ ໃນທຸກຂົງເຂດ, ນັບແຕ່ການພັດທະນາເສດຖະກິດ - ສັງຄົມ ກໍ່ຄືຖານະບົດບາດສາກົນ. ຕາມການສັງເກດຂອງບັນດານັກການທູດ, ນັກລົງທຶນຕ່າງປະເທດແລ້ວ, ປີ 2018, ຫວຽດນາມ ຢືນຢູ່ຕໍ່ໜ້າກາລະໂອກາດ, ຄວາມສະດວກໃໝ່ຫຼາຍຢ່າງເພື່ອສືບຕໍ່ໄດ້ຮັບຜົນສຳເລັດ. (ພາບປະກອບ)
TAG
VOV/VOVworld/ແງ່ຫວັງ ຫວຽດນາມ 2018