ແຜນການສັງລວມພັດທະນາເສດຖະກິດທະເລແບບຍືນຍົງຂອງ ຫວຽດນາມ
11/03/2020 08:10
(VOVWORLD) - ວັນທີ 06 ມີນາ 2020, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ແຜນການສັງລວມ ແລະ ແຜນການໄລຍະ 5 ປີຂອງລັດຖະບານ ກ່ຽວກັບການປະຕິບັດມະຕິເລກທີ 36 ສະບັບອອກວັນທີ 22 ຕຸລາ 2018 ຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ກ່ຽວກັບຍຸດທະສາດການພັດທະນາເສດຖະກິດທາງທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045.

ແຜນການດ້ວຍບັນດາມາດຕະການລະອຽດນີ້ ຈະຊຸກຍູ້ ຫວຽດນາມ, ປະເທດທີ່ມີຝັ່ງທະເລຍາວແຕ່ເໜືອຮອດໃຕ້ 3.260 ກິໂລແມັດ ແລະ ມີເກາະໃຫຍ່ນ້ອຍກ່ວາ 3000 ແຫ່ງ ພ້ອມກັບ 28 ແຂວງ, ນະຄອນແຄມທະເລ, ຈະເສີມຂະຫຍາຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງ ໃນການພັດທະນາເສດຖະກິດທາງທະເລແບບຍືນຍົງ. ແຜນການສັງລວມຮອດປີ 2030, ວິໄສທັດຮອດປີ 2045 ໄດ້ຍົກອອກ 6 ເນື້ອໃນ, ມາດຕະການກ່ຽວກັບການຄຸ້ມຄອງທະເລ ແລະ ມະຫາສະໝຸດ, ການຄຸ້ມຄອງເຂດແຄມຝັ່ງທະເລ; ກ່ຽວກັບການພັດທະນາເສດຖະກິດທາງທະເລ, ເຂດແຄມຝັ່ງທະເລ; ກ່ຽວກັບການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວັດທະນະທຳທະເລ, ສັງຄົມສະໜິດຕິດພັນ, ເປັນມິດກັບທະເລ; ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ພັດທະນາແຫຼ່ງຊັບພະຍາກອນມະນຸດທະເລ; ກ່ຽວກັບສິ່ງແວດລ້ອມ, ຮັບມືກັບໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຍິ່ງຂຶ້ນສູງ; ຮັບປະກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ການຮ່ວມມືສາກົນ. ພາບປະກອບ / Chinhphu.vn
TAG
VOV/VOVworld/ແຜນການ/ພັດທະນາ/ເສດຖະກິດ/ທະເລ
Related








