ເມື່ອໂລກລະບາດເກີດຂຶ້ນ, ປະຊາຊົນຍິ່ງມີຄວາມເຊື່ອໝັ້ນຕໍ່ລັດຖະບານກວ່າ
12/03/2020 10:30
(VOVWORLD) -ອົງການອະນາໄມໂລກ ຫາກໍ່ຖະແຫລງ ເຊື້ອພະຍາດ Covid 19 ແມ່ນໂລກພະຍາດແຜ່ລະບາດໃນທົ່ວໂລກ ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມຄວາມມານະພະຍາຍາມຂຶ້ນທົບສອງເທົ່າເພື່ອສະກັດກັ້ນ ຄວບຄຸມໂລກພະຍາດ. ແຕ່ວ່າ ກ່ອນທີ່ ອົງການນີ້ອອກຄຳກ່າວເຕືອນ, ຫວຽດນາມ ໄດ້ເພີ່ມທະວີການປົກປ້ອງ ແລະ ເບິ່ງແຍງສຸຂະພາບໃຫ້ປະຊາຊົນ ດ້ວຍຫລາຍມາດຕະການແຮງກວ່າການຄາດຄະເນ ແລະ ບັນລຸໄດ້ປະສິດທິຜົນຕັ້ງຫນ້າ. ສິ່ງນີ້ ໄດ້ປະກອບສ່ວນເຮັດໃຫ້ປະຊາຊົນຍິ່ງມີຄວາມເຊື່ອໝັ້ນຕໍ່ພັກ ແລະ ລັດຫວຽດນາມ ກວ່າ.

ທ່ານາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຂອງລັດຖະບານກ່ຽວກັບການປ້ອງງກັນ ຄວບຄຸມເຊື້ອພະຍາດ Covid 19 ພາບ: TTXVN ຫວຽດນາມ ໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19 ນັບແຕ່ຫົວທີ ແລະ ກະກຽມບັນດາແຜນດຳເນີນງານໃນການປ້ອງກັນ ຄວບຄຸມເຊື້ອພະຍາດ ອີງຕາມແຕ່ລະສະພາບການ. ລັດຖະບານ ໄດ້ປະກາດຂໍ້ມູນກ່ຽວກັບເຊື້ອພະຍາດຢ່າງເປີດເຜີຍ, ໂປ່ງໃສ, ຊັດເຈນ ແລະ ທັນການເພື່ອໃຫ້ປະຊາຊົນ ແລະ ປະຊາຄົມສາກົນຮັບຊາບ. ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ບັນດາກະຊວງ, ຂະແຫນງການ, ອົງການ, ທອ້ງຖິ່ນຕ່າງໆທີ່ກ່ຽວຂ້ອງ ແລະ ຄວາມເປັນຈິດຫນຶ່ງໃຈດຽວຂອງປະຊາຊົນໃນການຜັນຂະຫຍາຍບັນດາມາດຕະການຢ່າງເໝາະສົມ, ຄົບຊຸດ, ຂ້ຽວຂາດ ແລະ ທັນການ, ສະນັ້ນ ຍາມໃດຫວຽດນາມ ກໍ່ຄວບຄຸມສະພາບການເປັນຢ່າງດີ.
TAG
VOV/VOVworld/ຄວບຄຸມເຊື້ອພະຍາດ
Related








