VOV WorldVOV World
ເພີ່ມທະວີການປະຕິບັດ UNCLOS ແລະ ຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລຕາເວັນອອກ
23/04/2020 08:46
(VOVWORLD) - ຫວຽດນາມ ແມ່ນປະເທດຕັ້ງຢູ່ແຄມທະເລ ແລະ ມີຝັ່ງທະເລຍາວກ່ວາ 3.260 ກິໂລແມັດ ລວມມືເກາະໃຫຍ່ນ້ອຍນັບພັນແຫ່ງ ໃນນັ້ນ ມີໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ຫວຽດນາມ ຍາມໃດກໍ່ຖືກເປົ້າໝາຍ, ຄະຕິທຳ ແລະ ຄວາມມານະພະຍາຍາມໃນການປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ເປັນສຳຄັນ.
ເພີ່ມທະວີການປະຕິບັດ UNCLOS ແລະ ຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລຕາເວັນອອກ
ໄປຄຽງຄູ່ກັນນັ້ນ ຫວຽດນາມ ກໍ່ຢຶດໝັ້ນ, ເດັດຂາດຮຽກຮ້ອງໃຫ້ບັນດາປະເທດອື່ນ ເຄົາລົບບັນດາພັນທະຂອງ UNCLOS, ຜ່ານນັ້ນ ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລ, ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລທີ່ມີສັນຕິພາບ ແລະ ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ບັນດາປະເທດທັງໝົດໃນພາກພື້ນ.  ເພີ່ມທະວີການປະຕິບັດ UNCLOS ແລະ ຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລຕາເວັນອອກ (ພາບ: TTXVN)         ເປັນສະມາຊິກຂອງສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ເນື້ອທີ່ບັນດາເຂດທະເລ ແລະ ເຂດໄຫຼ່ທະວີບ ຊື່ງ ຫວຽດນາມ ໄດ້ຊົມໃຊ້ສິດຜົນປະໂຫຍດສຳລັບເຂດທະເລ ແລະ ຊັບພະຍາກອນຕາມຂໍ້ກຳນົດຂອງສົນທິສັນຍາແມ່ນປະມານເກືອບ 1 ລ້ານກິໂລຕາແມັດ, ທົບ 3 ເທົ່າເນື້ອທີ່ດິນຕໍ່ແຜ່ນ. ຫວຽດນາມ ກໍ່ມີອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ບໍ່ອາດປະຕິເສດໄດ້, ບົນພື້ນຖານບັນດາຂໍ້ກຳນົດຂອງສົນທິສັນຍາ ແລະ ບັນດາຫຼັກການຂອງກົດໝາຍສາກົນ.
TAG
VOV/VOVworld/UNCLOS/ນິຕິກຳ/ທະເລຕາເວັນອອກ/ກົດ​ໝາຍ