ເພີ່ມທະວີການພັດທະນາຕະຫລາດ ເພື່ອຮັບປະກັນໃຫ້ບັນລຸໄດ້ເປົ້າໝາຍຄວບຄູ່
25/03/2020 09:39
(VOVWORLD) - ຫວຽດນາມ ພວມຜັນຂະຫຍາຍການປະຕິບັດ2ເປົ້າໝາຍຄວບຄູ່ ນັ້ນແມ່ນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຢ່າງມີປະສິດທິຜົນ ແລະ ຮັບປະກັນໃຫ້ບັນລຸໄດ້ບັນດາເປົ້າໝາຍການເຕີບໂຕເສດຖະກິດສັງຄົມ.

ເພື່ອ ປະ ຕິ ບັດ ໜ້າ ທີ່ນີ້ ຂະ ແໜງ ອຸດ ສາ ຫະ ກຳ -ການ ຄ້າ ແລະ ບັນ ດາ ວິ ສາ ຫະ ກິດ ພວມ ມາ ນະ ພະ ຍາ ຍາມ ພັດ ທະ ນາ ຕະ ຫລາດ ສົ່ງ ອອກ ພ້ອມ ທັງ ເຮັດໃຫ້ຕະ ຫລາດ ພາຍ ໃນ ເປັນ ປົກ ກະ ຕິ ເພືຶ່ອ ຮັບ ປະ ກັນ ໃຫ້ ດ ້ານ ການ ຄ້າ ປະ ກອບ ສ່ວນ ສຳ ຄັນ ເຂົ້າ ໃນ ການ ເຕີບ ໂຕຍອດ ຜະ ລິດ ຕະ ພັນ ພາຍ ໃນ ປະ ເທດ (GDP) ໃນ ປີ 2020. ເພີ່ມທະວີການພັດທະນາຕະຫລາດ ເພື່ອຮັບປະກັນໃຫ້ບັນລຸໄດ້ເປົ້າໝາຍຄວບຄູ່ (ພາບປະກອບ) ຕາມກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ເຖິງວ່າໂລກລະບາດ Covid-19 ສືບຕໍ່ມີການຜັນແປຢ່າງສັບສົນ, ເຮັດໃຫ້ການຜະລິດ, ການຈະລະຈອນ ສິນຄ້າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ ແຕ່ການເຕີບໂຕນຳເຂົ້າ - ສົ່ງອອກໃນ 2 ເດືອນຕົ້ນປີຂອງ ຫວຽດນາມ ຍັງບັນລຸໄດ້ 8,4% ສູງກ່ວາ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າບັນດາການຜັນແປໃໝ່ຂອງສະພາບການໂລກລະບາດ, ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຂໍ້ສັງເກດວ່າ ດ້ານການຄ້າສາກົນ ຈະປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນໄລຍະຈະມາເຖິງ.
TAG
VOV/VOVworld/ພັດທະນາ/ຕະຫລາດ/ເປົ້າໝາຍຄວບຄູ່
Related








