VOV WorldVOV World
ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງ​ລັງ
17/10/2025 09:19
(VOVWORLD) - ໂດຍໄດ້ຮັບຄຳເຊີນຈາກທ່ານ Alexander Stubb ປະທານາທິບໍດີ ແຟງລັງ, ທ່ານ ໂຕເລິມ ເລຂາທິການທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ແຟງລັງ ຢ່າງເປັນທາງການແຕ່ວັນທີ 20 – 22 ຕຸລາ. ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຈະເປີດໄລຍະຮ່ວມມືໃໝ່ລະຫວ່າງສອງປະເທດຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງກວ່າ, ສອດຄ່ອງກັບເນື້ອໃຈຈິດໃຈການຮ່ວມມື, ການປ່ຽນແປງໃໝ່ ແລະ ການແບ່ງປັນ ເຊິ່ງສອງຊາດພ້ອມກັນມຸ່ງໄປເຖິງ.
ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງ​ລັງ
ການຢ້ຽມຢາມ ແຟງລັງ ຂອງການນຳຂັ້ນສູງສຸດຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຖືການພົວພັນກັບ ແຟງລັງ ເປັນສຳຄັນ, ເຊິ່ງເປັນຄູ່ຮ່ວມມືທີ່ມີກຳລັງບົ່ມຊ້ອນຫຼາຍຢ່າງ, ມີທີ່ຕັ້ງບົດບາດແຖວໜ້າໃນ ສະຫະພາບເອີຣົບ (EU) ກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ການສຶກສາ, ການຫັນເປັນສີຂຽວ ແລະ ເສດຖະກິດພູມປັນຍາ.  ທ່ານ ໂຕເລິມ  ເລຂາທິການ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ  ຈະໄປຢ້ຽມຢາມ ແຟງລັງ ຢ່າງເປັນທາງການແຕ່ວັນທີ 20  –  22 ຕຸລາ (ພາບ: baoquocte.vn)
TAG
VOV/VOVworld/ແຟງ​ລັງ/ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ