VOV WorldVOV World
ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ, ຮັບ​ຟັງ​ຄຳ​ເຫັນ​ປະ​ກອບ​ໃສ່​ເອ​ກະ​ສານ​ການ​ເມືອງກອງ​ປະ​ຊຸມ​ໃຫ​ຍ່ຂອງ​ພັກ
16/04/2020 10:04
(VOVWORLD) -ເປີດກວ້າງປະຊາທິປະໄຕ, ຮັບຟັງບັນດາຄຳເຫັນປະກອບຢ່າງສຸດຈິດສຸດໃຈຂອງປະຊາຊົນ ແມ່ນແຜນນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ. ໃນຊ່ວງເວລານີ້, ຮ່າງເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ພວມຮັບເອົາຄຳເຫັນປະກອບຈາກຮາກຖານ ແລະ ຈະຮັບເອົາຄຳເຫັນປະກອບຢ່າງກວ້າງຂວາງຈາກປະຊາຊົນທຸກຊັ້ນວັນນະ. ເລື່ອງຮັບຟັງບັນດາຄຳເຫັນປະກອບ ເປັນການສະແດງໃຫ້ເຫັນການເສີມຂະຫຍາຍປະຊາທິປະໄຕໃນຊີວິດສັງຄົມ, ແມ່ນບັນດາຄວາມມານະພະຍາຍາມໃນກິດຈະການສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມ.
ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ, ຮັບ​ຟັງ​ຄຳ​ເຫັນ​ປະ​ກອບ​ໃສ່​ເອ​ກະ​ສານ​ການ​ເມືອງກອງ​ປະ​ຊຸມ​ໃຫ​ຍ່ຂອງ​ພັກ
 ພາບໂຄສະນາກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ພາບ:baonghean.vn ພັກກອມມູນິດຫວຽດນາມ ຍາມໃດກໍ່ຢັ້ງຢືນວ່າ ປະຊາທິປະໄຕແມ່ນເນື້ອແທ້ຂອງລະບອບສັງຄົມນິຍົມ. ນັ້ນແມ່ນຄວາມຮັບຮູ້ຢ່າງສະເຫມີຕົ້ນສະເຫມີປາຍກ່ຽວກັບສັງຄົມນິຍົມ ແລະ ພື້ນຖານປະຊາທິປະໄຕສັງຄົມນິຍົມຜ່ານບັນດາການເຄື່ອນໄຫວຊີ້ນຳນຳພາກິດຈະການສ້າງສາ ແລະ ພັດທະນາປະເທດຊາດ. ພັກ ກໍ່ໄດ້ກຳນົດການຈັດຕັ້ງຮັບເອົາຄຳເຫັນປະກອບໃສ່ຮ່າງເອກະສານການເມືອງ ແມ່ນວຽກງານສຳຄັນຍິ່ງ, ມີລັກສະນະຕັດສິນຊີ້ຂາດເຖິງອະນາຄົດ ແລະ ການພັດທະນາຂອງປະເທດຊາດ, ເສີມຂະຫຍາຍປະຊາທິປະໄຕ, ລະດົມກຳລັງປະດິດຄິດສ້າງຂອງທົ່ວພັກ ທົ່ວປວງຊົນ.
TAG
VOV/VOVworld/​ປະ​ຊາ​ທິ​ປະ​ໄຕ/​ເອ​ກະ​ສານ​ການ​ເມືອງ/ກອງ​ປະ​ຊຸມ​ໃຫ​ຍ່ຂອງ​ພັກ