VOV WorldVOV World
ເສດ​ຖະ​ກິດ​ທົ່ວ​ໂລກ ຍັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ
19/07/2022 09:57
(VOVWORLD) - ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມຮັບມືຂອງລັດຖະບານຕ່າງໆ ກໍຄືບັນດາອົງການຈັດຕັ້ງສາກົນ, ພື້ນຖານເສດຖະກິດທົ່ວໂລກ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຮ້າຍແຮງນາໆປະການ. ຄວາມສ່ຽງຊຸດໂຊມສຳລັບຫຼາຍພື້ນຖານເສດຖະກິດໃຫຍ່ໃນປີ 2022 ແມ່ນຍັງຢູ່ໃນລະດັບສູງ, ຊ້ຳບໍ່ໜຳອາດຈະແກ່ຍາວໄປອີກ.
  ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ G20 (FMCBG) ໄດ້ດຳເນີນໃນວັນທີ 15  - 16 ກໍລະກົດ ຜ່ານມາ ຢູ່ ອິນໂດເນເຊຍ, ທ່ານນາງ Kristalina Georgieva ຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ກ່າວເຕືອນວ່າ ເສດຖະກິດທົ່ວໂລກ ຍັງ “ມີຄວາມບໍ່ໝັ້ນທ່ຽງ” ແລະ ອາດຈະຮ້າຍແຮງກວ່າ ຖ້າຫາກວ່າ ສະພາບໄພເງິນເຟີ້ພວມຢູ່ໃນລະດັບສູງບັນລຸສະຖິຕິຄືໃນປັດຈຸບັນຢູ່ຫຼາຍພື້ນຖານເສດຖະກິດໃຫຍ່ ບໍ່ໄດ້ຮັບການຄວບຄຸມ. ຕາມນັກຊ່ຽວຊານເສດຖະກິດສາກົນຫຼາຍທ່ານແລ້ວ, ຄຳກ່າວເຕືອນຂອງຜູ້ນຳໜ້າ IMF ໂດຍພື້ນຖານແມ່ນໄດ້ສ່ອງແສງໃຫ້ເຫັນຄວາມຫຍຸ້ງຍາກ ແລະ ສິ່ງທ້າຍທາຍໜັກໜ່ວງເຊິ່ງເສດຖະກິດທົ່ວໂລກ ພວມ ແລະ ອາດຈະຕ້ອງປະເຊີນໜ້າ, ອັນດັບທຳອິດແມ່ນອັດຕາໄພເງິນເຟີ້ພວມຢູ່ໃນລະດັບສູງສຸດໃນຫຼາຍທົດສະວັດຢູ່ຫຼາຍພື້ນຖານເສດຖະກິດໃຫຍ່.
TAG
VOV/VOVworld/ເສດ​ຖະ​ກິດ​/ໄພ​ເງິນ​ເຟີ້/ມະ​ຫາ​ອຳ​ນາດ/ຕົກ​ຕ່ຳ