VOV WorldVOV World
ເສີມຂະຫຍາຍແຫລ່ງກຳລັງດ້ານວັດທະນະທຳຈາກບັນດາງານບຸນປະເພນີ
22/02/2024 10:17
(VOVWORLD) -ໃນຊຸມມື້ນີ້, ຢູ່ຫລາຍແຂວງ, ນະຄອນ ໃນທົ່ວປະເທດຫວຽດນາມ ພວມດຳເນີນງານບຸນປະເພນີນັບຮ້ອຍໆງານບຸນ. ການຮັກສາ ແລະເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຜ່ານບັນດາງານບຸນແມ່ນມີຄວາມໝາຍສຳຄັນໃນການປັບປຸງອະທິປະໄຕແຫ່ງຊາດ ກ່ຽວກັບດ້ານວັດທະນະທຳ, ສ້າງຄວາມເຊື່ອໝັ້ນດ້ວຍຕົນເອງ, ຈາກນັ້ນ ສ້າງຄວາມສະດວກໃຫ້ແກ່ພາລະກິດແຫ່ງການພັດທະນາປະເທດຊາດ ແລະເຊື່ອມໂຍງເຂົ້າກັບສາກົນ.
ເສີມຂະຫຍາຍແຫລ່ງກຳລັງດ້ານວັດທະນະທຳຈາກບັນດາງານບຸນປະເພນີ
ງານບຸນ ລີມ ແມ່ນງານບຸນໃຫຍ່ໃນໂອກາດຕົ້ນລະດູບານໃຫມ່ຢູ່ ພາກເຫນືອ ຫວຽດນາມ. ພາບ:VOV ຫວຽດນາມ ມີຫລາຍງານບຸນປະເພນີທີ່ເປັນເອກະລັກສະເພາະ ມາຈາກບັນດາວົງຄະນາຍາດທີ່ດຳລົງຊີວິດຢູ່ທຸກແຖບຖິ່ນຂອງປະເທດຊາດ. ບັນດາງານບຸນເຫລົ່ານັ້ນໄດ້ຈັດຂຶ້ນ ບໍ່ພຽງແຕ່ປະກອບສ່ວນຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາດ,    ເຮັດໃຫ້ຊີວິດດ້ານຈິດໃຈຂອງປະຊາຊົນອຸດົມສົມບູນຂຶ້ນຕື່ມເທົ່ານັ້ນ ຫາກຍັງຊຸກຍູ້ການພັດທະນາການທ່ອງທ່ຽວ, ປະກອບສ່ວນໂດຍກົງໃຫ້ແກ່ການພັດທະນາເສດຖະກິດຂອງແຕ່ລະແຂວງ, ນະຄອນເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.
TAG
VOV/VOVworld/ງານບຸນປະເພນີ/ຄຸນຄ່າວັດທະນະທຳ