ຕາເວັນອອກກາງອາດຈະເກີດຄວາມເຄັ່ງຕຶງຄັ້ງໃຫມ່
26/03/2019 09:12
(VOVWORLD)- ພາຍຫລັງຕົກລົງຮັບຮອງ Jelusalem ແມ່ນນະຄອນຫລວງຂອງ ອິດສະຣາແອນ, ວັນທີ 25 ມີນາ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນຖະແຫລງການຮັບຮອງອະທິປະໄຕຂອງ ອິດສະຣາແອນ ຢູ່ ເຂດພູພຽງ Golan ຢ່າງເປັນທາງການ. ການກະທຳຂອງທ່ານ D. Trump ອີກຄັ້ງຫນຶ່ງເຮັດໃຫ້ຫາງສຽງສາກົນມີຄວາມສົນໃຈທີ່ສຸດ, ເມື່ອຕ່າວປີ້ນນະໂຍບາຍຂອງ ອາເມລິກາ ສຳລັບພາກພື້ນນີ້ ເຊິ່ງໄດ້ປະຕິບັດໃນໄລຍະກວ່າ 50 ປີຜ່ານມາ. ການກະທຳດັ່ງກ່າວຂອງທ່ານ D. Trump ເຮັດໃຫ້ຫາງສຽງໂລກມີຄວາມວິຕົກກັງວົນ ແລະ ກ່າວເຕືອນວ່າ ອາດຈະກໍ່ຜົນຮ້າຍອັນຕະລາຍສຳລັບດ້ານການເມືອງ ຄວາມໝັ້ນຄົງ ແລະ ຜົນຮ້າຍຕາມຫລັງຕໍ່ກົດໝາຍສາກົນ.
ປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນຖະແຫລງການຮັບຮອງອະທິປະໄຕຂອງ ອິດສະຣາແອນ ຢູ່ ເຂດພູພຽງ Golan ຄຳຖະແຫລງຂອງທ່ານ D. Trump ແມ່ນບາດກ້າວເດີນຫລ້າສຸດຂອງ ອາເມລິກາ ໄດ້ກໍ່ການຖົກຖຽງກັນຢູ່ ຕາເວັນອອກກາງ ນັບທັງຢູ່ປະເທດມີການພົວພັນກັບ ອິດສະຣາແອນ ແລະ ປະເທດທີ່ເປັນປໍລະປັກ. ຄຳຖະແຫລງດັ່ງກ່າວ ເຮັດໃຫ້ເຂດດິນແດນທີ່ເກີດຄວາມຂັດແຍ້ງກັນລະຫວ່າງ ອິດສະຣາແອນ ແລະ ຊີຣີ ໃນຫລາຍທົດສະວັດຜ່ານມາອາດຈະເກີດການປະທະກັນຄັ້ງໃຫມ່.
TAG
VOV/VOVworld/ພູພຽງ Golan/ລັັດຖະບັນຍັດ/ອິດສະຣາແອນ/ຊີຣີ/ອາເມລິກາ
Related








