VOV WorldVOV World
ຫາງສຽງສາກົນກ່າວປະນາມວິທີການປະພຶດຂອງ ຈີນ ຢູ່ທະເລຕາເວັນອອກ
29/04/2020 08:57
(VOVWORLD) - ເລື່ອງກະຊວງບໍລິຫານ ແລະ ຄຸ້ມຄອງປະຊາຊົນ ຈີນ ປະກາດອັນທີ່ເອີ້ນວ່າ “ເຂດຊີຊາ” ແລະ “ເຂດໜານຊາ”, ຂຶ້ນກັບນະຄອນ ຕາມຊາ ເພື່ອຄຸ້ມຄອງບັນດາໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກນັ້ນ ຖືກຫາງສຽງທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດຄັດຄ້ານຢ່າງຮຸນແຮງທີ່ສຸດ ພ້ອມທັງ ເຮັດໃຫ້ວົງການນັກຄົ້ນຄວ້າມີຄວາມວິຕົກກັງວົນກ່ຽວກັບບັນດາບາດກ້າວເດີນຕໍ່ໄປຂອງ ຈີນ ຢູ່ທະເລຕາເວັນອອກ.
ຕາມບັນດານັກຄົ້ນຄວ້າ, ນັກຮຽນຮູ້ສາກົນແລ້ວ, ເລື່ອງສ້າງຕັ້ງອັນທີ່ເອີ້ນວ່າ 2 ເຂດໃໝ່ແມ່ນ ຊີຊາ ແລະ ໜານຊານັ້ນ, ຈີນ ໄດ້ຍູ້ແຮງຍຸດທະສາດ ຕື໊ຊາ ເຊິ່ງເຂົາເຈົ້າໄດ້ປະກາດໃນປີ 2017. ທາດແທ້ແມ່ນ, ເລື່ອງຍົກອອກຍຸດທະສາດ ຕື໊ຊາ ແມ່ນຮູບການໃໝ່ເພື່ອທົດແທນໃຫ້ຍຸດທະສາດແຜນທີ່ເສັ້ນ 9 ຕອນ ຊື່ງຖືກສານອະນຸຍາໂຕຕຸລາການປະຕິເສດໃນປີ 2016.  ຈີນ ສ້າງຕັ້ງຖານທີ່ໝັ້ນການທະຫານຢູ່ຫາດດອນນ້ຳຖ້ວມ (ພາບ: Reuters/VOV)
TAG
VOV/VOVworld/ຫາງສຽງ/ການປະພຶດ/ຈີນ/ທະເລຕາເວັນອອກ