ຫວຽດນາມ ໄດ້ ແລະ ຍາມໃດກໍ່ໃຫ້ບຸລິມະສິດການຄັດເລືອກການເຄົາລົບກົດໝາຍສາກົນກ່ຽວກັບບັນຫາທະເລຕາເວັນອອກ
23/10/2019 09:26
(VOVWORLD) -ນັບແຕ່ຕົ້ນເດືອນ ກໍລະກົດ ເປັນຕົ້ນມາ. ກ່ຳປັ່ນສຳຫລວດໃຫຍ່ລຳໜຶ່ງຂອງ ຈີນ ຖືກປົກປ້ອງດ້ວຍບັນດາກ່ຳປັ່ນປະກອບອາວຸດ ໄດ້ລ່ວງລະເມີດເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ ຢ່າງຜິດກົດໝາຍ. ຕໍ່ໜ້າບັນດາການຜັນແປນີ້, ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ບັນດາມາດຕະການທາງການທູດ, ຮຽກຮ້ອງໃຫ້ ຈີນ ເຄົາລົບກົດໝາຍສາກົນ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ພ້ອມກັບປະຊາຄົມສາກົນອອກສຽງຄັດຄ້ານບັນດາການກະທຳຜິດພາດຂອງຈີນ, ໃຫ້ບຸລິມະສິດຄັດເລືອກການເຄົາລົບກົດໝາຍສາກົນ ເພື່ອປົກປ້ອງອະທິປະໄຕທີ່ຖືກຕ້ອງຕາມກົດໝາຍຂອງຕົນຢູ່ທະເລຕາເວັນອອກ.

ກ່ຳ ປັ່ນ ໄຮ ຢ໊າງ 8 ຂອງຈີນ ລ່ວງ ລະ ເມີດ ເຂດ ເສດ ຖະ ກິດ ພິ ເສດ ແລະ ເຂດ ໄຫຼ່ ທະ ວີບ ຂອງ ຫວຽດ ນາມ ໃນໄລຍະທີ່ຜ່ານມາ (ພາບ: Weibo) ມາຮອດປະຈຸບັນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982) ແມ່ນກອບກົດໝາຍໃຫ້ທຸກການເຄື່ອນໄຫວຢູ່ບັນດາມະຫາສະໝຸດ ແລະ ເຂດທະເລທັງໝົດ ໄດ້ຮັບການຮັບຮອງເອົາຢ່າງກ້ວາງຂວາງໃນໂລກ. ຕາມສົນທິສັນຍາສະບັບນີ້, ບັນດາປະເທດແຄມທະເລທັງໝົດ ລ້ວນແຕ່ມີເຂດເສດຖະກິດພິເສດ (EEZ) 200 ໄມທະເລ, ເຂດໄຫຼ່ທະວີບ 200 ໄມທະເລ ແລະ ເຂດນ່ານນ້ຳ 12 ໄມທະເລ. ຢູ່ເຂດທະເລຕາເວັນອອກ, ທຸກປະເທດທີ່ມີການຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກລວມມີ: ຈີນ, ຫວຽດນາມ, ມາເລເຊຍ, ຟີລິບປີນ ແລະ ບຣຸໄນ ລ້ວນແຕ່ໄດ້ເຊັນ UNCLOS 1982 ແລະ ໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້.
TAG
VOV/VOVworld/UNCLOS/ຈີນ/ທະເລຕາເວັນອອກ/ກ່ຳປັ່ນ ໄຮຢ໊າງ 8
Related








