VOV WorldVOV World
ຫວຽດນາມ - ອາເມລິກາ ເລີ່ມກ້າວເດີນບົນໄລຍະທາງຕໍ່ໄປ ພາຍຫລັງ 25 ປີແຫ່ງການຮ່ວມມື
19/02/2020 10:22
(VOVWORLD) -ປີ 2020, ຫວຽດນາມ ແລະ ອາເມລິກາ ສ້າງຂີດໝາຍ 25 ປີແຫ່ງການຫັນການພົວພັນທາງການທູດເປັນປົກກະຕິ. ໄລຍະທາງ 25 ປີຜ່ານມາ, ໄດ້ສະແດງໃຫ້ເຫັນບັນດາບາດກ້າວຫັນປ່ຽນຢ່າງໃຫຍ່ຫລວງ, ທັງສະຕິຄວາມຮັບຮູ້ ແລະ ການກະທຳຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ, ບັນລຸໄດ້ບັນດາຜົນງານທີ່ເປັນໜ້າປະທັບໃຈໃນຫລາຍຂົງເຂດ.
ຫວຽດນາມ - ອາເມລິກາ ເລີ່ມກ້າວເດີນບົນໄລຍະທາງຕໍ່ໄປ ພາຍຫລັງ 25 ປີແຫ່ງການຮ່ວມມື
 ທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ຈະດຳເນີນໃນປີນີ້ ຈະສ້າງກຳລັງໜູນສຳຄັນ ເພື່ອໃຫ້ ຫວຽດນາມ ແລະ ອາເມລິກາ ພ້ອມກັນສືບຕໍ່ກ້າວເດີນບົນເສັ້ນທາງ 25 ປີຈະມາເຖິງ ດ້ວຍຜົນປະໂຫຍດ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລລວມ.         25 ປີນັບແຕ່ເມື່ອຫັນການພົວພັນທາງການທູດເປັນປົກກະຕິ (ປີ 1995), ປັດຈຸບັນ, ຫວຽດນາມ ແລະ ອາເມລິກາ ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານ, ຍິ່ງນັບມື້ນັບມີຄວາມນັບຖື ໃນນະໂຍບາຍພາກພື້ນຂອງແຕ່ລະປະເທດ, ແບ່ງປັນບັນດາຜົນປະໂຫຍດຍຸດທະສາດ. ນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງການພົວພັນ 2 ປະເທດ, ຍາກທີ່ຈະບັນລຸໄດ້. ສະນັ້ນ, ທັງ ຫວຽດນາມ ແລະ ອາເມລິກາ ລ້ວນແຕ່ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຕັດສິນໃຈດ້ານການເມືອງ, ວິໄສທັດໄລຍະຍາວ, ສັງລວມ, ຮ່ວມແຮງຮ່ວມໃຈເພື່ອສ້າງການພົວພັນນັ້ນ ໃຫ້ສືບຕໍ່ພັດທະນາ, ໝັ້ນຄົງເຂັ້ມແຂງ.         ປີ 2020 ແມ່ນຫຼັກໝາຍອັນສຳຄັນ, ແມ່ນໂອກາດທີ່ມີຄວາມໝາຍທີ່ສຸດ ເພື່ອໃຫ້ 2 ຝ່າຍພ້ອມກັນຫວນຄືນ 25ປີແຫ່ງການຫັນການພົວພັນທາງການທູດເປັນປົກກະຕິ ແລະ ມຸ່ງໄປເຖິງໄລຍະ 25 ປີຕໍ່ໄປ.
TAG
VOV/VOVworld/ອາເມລິກາ/ເລີ່ມກ້າວເດີນ/ການຮ່ວມມື/ການ​ທູດ