ຫວຽດນາມ ບຸລິມະສິດການເຄົາລົບ “ກົດບັດສະຫະປະຊາຊາດ”
14/01/2020 10:11
(VOVWORLD) -ຫວຽດນາມ ໄດ້ ຜັນຂະຫຍາຍບັນດາວຽກງານໃນຖານະຕຳແຫນ່ງແມ່ນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ປະທານໝູນວຽນຂອງ ສະພາຄວາມໝັ້ນຄົງ ສປຊ ເດືອນມັງກອນປີ 2020 ຢ່າງເປັນທາງການ ດ້ວຍການເປັນເຈົ້າພາບຈັດວາລະປຶກສາຫາລືເປີດຂັ້ນລັດຖະມົນຕີຂອງ ສະພາຄວາມໝັ້ນຄົງ ສປຊ. ດ້ວຍຫົວຂໍ້ “ສະເຫລີມສະຫລອງ 75 ປີ ແຫ່ງວັນສ້າງຕັ້ງ ສປຊ. ເຄົາລົບກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”, ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ.
ນີ້ແມ່ນຂີດໝາຍສຳຄັນໃນເດືອນທຳອິດ ຫວຽດນາມເຂົ້າຮ່ວມສະພາຄວາມໝັ້ນຄົງສປຊ. ຫົວຂໍ້ຂອງວາລະປຶກສາຫາລືໂດຍແມ່ນຫວຽດນາມລິເລີ່ມ.
TAG
VOV/VOVworld/ກຳມະການບໍ່ປະຈຳການ/ສະພາຄວາມໝັ້ນຄົງ/ສປຊ/ດຳລົງຕຳແໜ່ງ
Related








