ຫວຽດນາມ ດ້ວຍບັນດາການປະກອບສ່ວນອັນພົ້ນເດັ່ນຢູ່ ກອງປະຊຸມ Shangri – La 2019
03/06/2019 09:39
(VOVWORLD) - ກອງປະຊຸມ Shangri – La 2019, ເຊິ່ງເປັນເວທີປາໄສຄວາມໝັ້ນຄົງສໍາຄັນຂອງພາກພື້ນນັ້ນ ໄດ້ອັດລົງ ພາຍຫຼັງການໂຮມປະຊຸມມາເປັນເວລາ 3 ວັນ ຢູ່ສິງກະໂປ. ຕາມປົກກະຕິແລ້ວ, ເວທີປາໄສຄວາມໝັ້ນຄົງໃຫຍ່ທີ່ສຸດຂອງພາກພື້ນ ອາຊີ - ປາຊີຟິກນີ້ ຈະແມ່ນໂອກາດເພື່ອໃຫ້ຜູ້ແທນສະແດງທັດສະນະ ແລະ ທ່າທີຂອງບັນດາຝ່າຍ ກ່ຽວກັບບັນດາບັນຫາທີ່ຮ້ອນເຮັ່ງໃນປັດຈຸບັນ ຄື ຄວາມເປັນລະບຽບຮຽບຮ້ອຍທາງດ້ານຄວາມໝັ້ນຄົງທີ່ພວມຜັນປ່ຽນຢູ່ ອາຊີ, ການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ຄວາມໝັ້ນຄົງໃນການເດີນທະເລ. ແລະອີກຄັ້ງໜຶ່ງ, ທີ່ເວທີປາໄສຄັ້ງນີ້, ຫວຽດນາມ ໄດ້ມີບັນດາການປະກອບສ່ວນຕັ້ງໜ້າ, ຖືເປັນສໍາຄັນບັນດາຫຼັກການສັນຕິພາບ ກໍຄືບັນດາທັດສະນະຈະແຈ້ງເພື່ອແກ້ໄຂການຂັດແຍ້ງກັນ.

ອາດຈະເຫັນໄດ້ວ່າ ກອງປະຊຸມ Shangri – La ປີນີ້ ແມ່ນຄັ້ງທໍາອິດທີ່ໄດ້ເຫັນປະຈັກຕາການເຂົ້າຮ່ວມທີ່ບັນລຸລະດັບສະຖິຕິຂອງບັນດາຜູ້ແທນຂັ້ນລັດຖະບານຈາກ 56 ປະເທດ ແລະ ເຂດແຄວ້ນໃນໂລກ, ໃນນັ້ນ ມີເຈົ້າໜ້າທີ່ຂັ້ນລັດຖະມົນຕີ 28 ທ່ານ ພ້ອມດ້ວຍບັນດານັກຊ່ຽວຊານ ແລະ ນັກຮຽນຮູ້ແຖວໜ້າອີກດ້ວຍ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມສົນໃຈຢ່າງສູງຕໍ່ບັນຫາສັນຕິພາບ, ສະຖຽນລະພາບຄວາມໝັ້ນຄົງຂອງພາກພື້ນຂອງບັນດາປະເທດ ແມ່ນຫຼາຍທີ່ສຸດ.
TAG
VOV/VOVworld/ກອງປະຊຸມ Shangri – La/ ຫວຽດນາມ/ຄວາມໝັ້ນຄົງ/ ອາຊີ - ປາຊີຟິກ
Related








