ຫວຽດນາມ ແລະ ກາລະໂອກາດເພື່ອໃຫ້ກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ
05/06/2019 08:54
(VOVWORLD) - ວັນທີ 7 ມິຖຸນາ, ກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ສະຫະປະຊາຊາດຈະຈັດຕັ້ງການປ່ອນບັດໃຫ້ແກ່ 5 ຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ໃນນັ້ນ ມີຕຳແໜ່ງໜຶ່ງທີ່ສະຫງວນໃຫ້ກຸ່ມບັນດາປະເທດ ອາຊີ - ປາຊີຟິກ ແລະ ຫວຽດນາມ ເປັນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວທີ່ຕາງໜ້າໃຫ້ກຸ່ມນີ້.

ປັດຈຸບັນ, ຫວຽດນາມ ພວມມີກາລະໂອກາດຢ່າງໃຫຍ່ຫລວງ ເພື່ອດຳລົງຕຳແໜ່ງນີ້, ກາຍເປັນສະມາຊິກທີ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບໂລກ. ໂດຍແມ່ນໜຶ່ງໃນ 6 ອົງການທີ່ສຳຄັນທີ່ສຸດຂອງສະຫະປະຊາຊາດ, ສະພາຄວາມໝັ້ນຄົງລວມມີສະມາຊິກ 15 ປະເທດ, ໃນນັ້ນ ມີ 5 ປະເທດເປັນກຳມະການປະຈຳການແມ່ນ ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝຣັ່ງ ແລະ 10 ປະເທດບໍ່ປະຈຳການ. 10 ທີ່ນັ່ງບໍ່ປະຈຳການໂດຍສະພາຄວາມໝັ້ນຄົງໄດ້ຈັດແບ່ງຕາມຂົງເຂດພູມສາດ ແລະ ໂດຍສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງດ້ວຍອາຍຸການແມ່ນ 2 ປີ. ດ້ວຍບົດບາດສຳຄັນພິເສດແມ່ນ ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ດັ່ງນັ້ນ ສະພາຄວາມໝັ້ນຄົງມີສິດອຳນາດຢ່າງໃຫຍ່ຫລວງ. ໃນຂະນະທີ່ບັນດາອົງການອື່ນຂອງສະຫະປະຊາຊາດ ພຽງແຕ່ສາມາດຍົກອອກບັນດາຂໍ້ກຳນົດທີ່ມີລັກສະນະສະເໜີແນະນັ້ນ ແຕ່ບັນດາຂໍ້ກຳນົດ ແລະ ມະຕິຕົກລົງຂອງສະພາຄວາມໝັ້ນຄົງລ້ວນແຕ່ມີລັກສະນະຜູກມັດ, ບັນດາສະມາຊິກທັງໝົດຂອງສະຫະປະຊາຊາດຕ້ອງເຄົາລົບ ແລະ ມີຄວາມຮັບຜິດຊອບໃນການປະຕິບັດ. ຍ້ອນເຫດນັ້ນ, ໄດ້ເຂົ້າຮ່ວມສະພາຄວາມໝັ້ນຄົງ ບໍ່ພຽງແຕ່ແມ່ນຄວາມເປັນກຽດເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອຢັ້ງຢືນອິດທິພົນຊື່ສຽງ, ທີ່ຕັ້ງ ຊຶ່ງບໍ່ວ່າປະເທດໃດກໍ່ມຸ່ງໄປເຖິງອີກດ້ວຍ.
TAG
VOV/VOVworld/ກາລະໂອກາດ/ສະມາຊິກ/ສະພາຄວາມໝັ້ນຄົງ/ສະຫະປະຊາຊາດ
Related








