VOV WorldVOV World
ຫວຽດນາມ ຕັ້ງໜ້າປະກອບສ່ວນບັນດາຂໍ້ລິເລີ່ມໃຫ້ແກ່ວິວັດທະນາການຮ່ວມມືດ້ານປ້ອງກັນຊາດ ອາຊຽນ
24/02/2020 09:00
(VOVWORLD) - ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM retreat) ດຳເນີນໃນລະຫວ່າງວັນທີ 18 – 20 ກຸມພາ, ພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມຢູ່ ຮ່າໂນ້ຍ.
ຫວຽດນາມ ຕັ້ງໜ້າປະກອບສ່ວນບັນດາຂໍ້ລິເລີ່ມໃຫ້ແກ່ວິວັດທະນາການຮ່ວມມືດ້ານປ້ອງກັນຊາດ ອາຊຽນ
  ເລື່ອງຖະແຫຼງການຮ່ວມກ່ຽວກັບການຮ່ວມມືປ້ອງກັນຊາດໃນການຮັບມືຕໍ່ໂລກລະບາດໄດ້ຮັບຄວາມເຫັນດີເປັນເອກະພາບໃນເວລາສັ້ນທີ່ສຸດ, ວຽກງານກະກຽມ ແລະ ຮັບປະກັນຄວາມປອດໄພດ້ານສາທາລະນະສຸກຢ່າງເດັດຂາດໃຫ້ແກ່ບັນດາຜູ້ແທນໃນສະພາບໂລກລະບາດ COVID-19 ແຜ່ລະບາດ, ພ້ອມກັບບັນດາເນື້ອໃນສຳຄັນກໍ່ໄດ້ຮັບການປຶກສາຫາລື…ອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງຂີດໝາຍ ແລະ ການປະກອບສ່ວນຂອງປະເທດເຈົ້າພາບ ຫວຽດນາມ ໃຫ້ແກ່ວິວັດທະນາການຮ່ວມມືດ້ານປ້ອງກັນຊາດໃນປີເປັນປະທານ ອາຊຽນ 2020.
TAG
VOV/VOVworld/ADMM Retreat/ໂລກລະບາດ COVID – 19/ADMM ​ວົງ​ແຄບ