ຫວຽດນາມ ມານະພະຍາຍາມ ວາງອອກບັນດາໜ້າທີ່ລະອຽດ ເພື່ອດໍາລົງຕໍາແໜ່ງໃໝ່ຢູ່ ສະພາຄວາມໝັ້ນຄົງ ສປຊ
10/06/2019 09:35
(VOVWORLD) - ເລື່ອງຫວຽດນາມ ກາຍເປັນສະມາຊິກ ບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ແມ່ນຄວາມເປັນກຽດອັນສູງສົ່ງ, ອັນໄດ້ຢັ້ງຢືນໃຫ້ເຫັນແນວທາງນະໂຍບາຍການຕ່າງປະເທດອັນຖືກຕ້ອງຂອງພັກ ແລະ ລັດ ຫວຽດນາມ, ແຕ່ກໍແມ່ນໜ້າທີ່ອັນໜັກໜ່ວງທີ່ສຸດ ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດສໍາເລັດໜ້າທີ່ອັນສໍາຄັນ ເຊິ່ງປະຊາຄົມສາກົນມອບໝາຍໃຫ້. ນອກຈາກການສືບຕໍ່ປະຕິບັດແນວທາງການຕ່າງປະເທດ, ເອກະລາດ, ເປັນເຈົ້າຕົນເອງ ຢ່າງສະເໝີຕົ້ນສະເໝີປາຍແລ້ວ, ຫວຽດນາມ ຍັງມານະພະຍາຍາມວາງອອກບັນດາໜ້າທີ່ລະອຽດ ເພື່ອດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ໃຫ້ເປັນຢ່າງດີທີ່ສຸດ, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນທີ່ໄດ້ມອບໝາຍໃຫ້.

ນີ້ເປັນຄັ້ງທີ 2 ເຊິ່ງຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ເລື່ອງເປັນຄັ້ງທີ 2 ໃນຮອບເວລາ 10 ປີ, ທີ່ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຂອງອົງການທີ່ມີບົດບາດສໍາຄັນແຖວໜ້າຂອງ ສປຊ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນນັ້ນ ບໍ່ພຽງແຕ່ແມ່ນຄວາມຮັບຮູ້ຂອງປະຊາຄົມສາກົນສໍາລັບທີ່ຕັ້ງຂອງຫວຽດນາມໃນການປ່ຽນແປງໃໝ່ ແລະ ເຊື່ອມໂຍງເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈ, ການຝາກຄວາມຫວັງຕໍ່ການປະກອບສ່ວນປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນໃນຊຸມປີຈະມາເຖິງອີກດ້ວຍ.
TAG
VOV/VOVworld/ສະພາຄວາມໝັ້ນຄົງ/ກໍາມະການບໍ່ປະຈໍາການ/ຫວຽດນາມ/ສັນຕິພາບ
Related








