ຫວຽດນາມ ມານະພະຍາຍາມແກ້ໄຂບັດເຫຼືອງຂອງ EC ແລະ ພັດທະນາອາຊີບການປະມົງແບບຍືນຍົງ
26/06/2019 09:18
(VOVWORLD) - ເລື່ອງສະກັດກັ້ນ, ກ້າວໄປເຖິງການຢຸດຕິສະພາບກ່ຳປັ່ນຫາປາລ່ວງລ້ຳເຂດທະເລຕ່າງປະເທດ ແມ່ນບຸລິມະສິດໃຫຍ່ສຸດຂອງ ຫວຽດນາມ ເພື່ອແກ້ໄຂບັດເຫຼືອງຂອງຄະນະກຳມະການ ເອີຣົບ (EC) ສຳລັບການເຄື່ອນໄຫວຂຸດຄົ້ນສິນທະເລທີ່ມີຕົ້ນກຳເນີດບໍ່ຈະແຈ້ງ. ຂະແໜງສິນໃນນ້ຳ ແລະ ອຳນາດການປົກຄອງ 28 ແຂວງ, ນະຄອນແຄມຝັ່ງທະເລຂອງ ຫວຽດນາມ ພວມມານະພະຍາຍາມເພື່ອເປົ້າໝາຍນີ້.

ເລື່ອງ EC ກ່າວເຕືອນດ້ວຍການໃຫ້ບັດເຫຼືອງສຳລັບສິນໃນນ້ຳ ຫວຽດນາມ ບໍ່ພຽງແຕ່ມາດຕະການລົງໂທດປັບໄໝເທົ່ານັ້ນ, ຊຶ່ງນີ້ຍັງແມ່ນການກຳນົດທິດ ແລະ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຈະແຈ້ງ ເພື່ອໃຫ້ ຫວຽດນາມ ມີການປ່ຽນແປງ, ພັດທະນາອາຊີບການປະມົງແບບຍືນຍົງ ແລະ ມີຄວາມຮັບຜິດຊອບ. ຫວຽດນາມ ໄດ້ມີບັນດາບາດກ້າວໃຫຍ່ໃນການສ້າງກອບກົດໝາຍໃໝ່ຄື: ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຊັບພະຍາກອນນ້ຳເຊິ່ງມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ ຕິດພັນກັບການປະຕິບັດຄຳໝັ້ນສັນຍາຕ້ານການຈັບຫາສິນໃນນ້ຳທີ່ຜິດກົດໝາຍ, ບໍ່ລາຍງານ ນັ້ນແມ່ນການກະທຳຮ້າຍແຮງ.
TAG
VOV/VOVworld/ບັດເຫຼືອງ/EC/ອາຊີບການປະມົງ
Related








