ຫວຽດນາມ ປະກອບສ່ວນສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ
20/06/2019 08:41
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ໃນລະຫວ່າງວັນທີ 22 – 23 ມິຖຸນາ ຢູ່ ບາງກອກ ປະເທດ ໄທ. ພາຍໃຕ້ຫົວຂໍ້ຂອງປີ ອາຊຽນ 2019 “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”, ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະພ້ອມກັບການນຳບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແບ່ງປັນທັດສະນະລວມໃນບັນດາບັນຫາພາກພື້ນ ແລະ ສາກົນ, ມຸ່ງໄປເຖິງຄວາມວັດທະນາຖາວອນໃຫ້ແກ່ແຕ່ລະປະເທດ, ກໍ່ຄືໃຫ້ແກ່ພາກພື້ນ ອາຊຽນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມເພື່ອແນໃສ່ສືບຕໍ່ຢັ້ງຢືນ ຫວຽດນາມ ເປັນປະເທດສະມາຊິກຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ຄວາມຈະເລີນຮຸ່ງເຮືອງສີວິໄລຂອງ ອາຊຽນ, ປະກອບສ່ວນໃຫ້ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. (ພາບປະກອບ / TTXVN) ກອງປະຊຸມສຸດຍອດ ອາຊຽນ ແມ່ນການເຄື່ອນໄຫວສຳຄັນທຳອິດຂອງປີປະທານ ອາຊຽນ 2019 ຂອງ ໄທ. ຈຸດສຸມຂອງບັນດາການປຶກສາຫາລືທີ່ກອງປະຊຸມແມ່ນຄວາມມານະພະຍາຍາມມຸ່ງໄປເຖິງພາກພື້ນຫັນເປັນດີຈີຕອນ, ຂຽວ ແລະ ເຊື່ອມຕໍ່ຢ່າງຕໍ່ເນື່ອງ, ກໍ່ຄືຊຸກຍູ້ບົດບາດເປັນໃຈກາງຂອງ ອາຊຽນ ໃນສະພາບທີ່ໂຄງສ້າງພາກພື້ນພວມມີການຜັນປ່ຽນຫລາຍຢ່າງ. ພ້ອມກັນນັ້ນ, ກອງປະຊຸມກໍ່ເນັ້ນໜັກເຖິງການສ້າງປະຊາຄົມ ອາຊຽນ ທີ່ຖືມະນຸດເປັນໃຈກາງ ເພື່ອ “ບໍ່ໃຫ້ໃຜຖິ້ມປະໄວ້ຢູ່ທາງຫລັງ ແລະ ມຸ່ງໄປເຖິງອະນາຄົດ”.
TAG
VOV/VOVworld/ປະຊາຄົມ/ອາຊຽນ/ໝັ້ນຄົງເຂັ້ມແຂງ
Related








