VOV WorldVOV World
ຫວຽດນາມ - ສະຫະພັນລັດເຊຍ ເພີ່ມທະວີຄວາມຜູກພັນຍຸດທະສາດ
05/09/2018 09:15
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin, ວັນທີ 5 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 5 – ວັນທີ 8 ກັນຍາ.
ຫວຽດນາມ - ສະຫະພັນລັດເຊຍ ເພີ່ມທະວີຄວາມຜູກພັນຍຸດທະສາດ
ນີ້ແມ່ນການຢ້ຽມຢາມສະຫະພັນ ລັດເຊຍ ຄັ້ງທຳອິດຂອງການນຳສູງສຸດ ຫວຽດນາມ ພາຍຫລັງທ່ານປະທານາທິບໍດີ Vladimir Putin ໄດ້ຮັບການເລືອກຕັ້ງປະທານາທິບໍດີຄືນໃໝ່ເມື່ອເດືອນ ມີນາ ປີ 2018. ການຢ້ຽມຢາມແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ລັດເຊຍ ເລິກເຊິ່ງກ່ວາອີກ, ເພີ່ມທະວີຄວາມຜູກພັນຍຸດທະສາດ ແລະ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin (ພາບ: RIA) ການຢ້ຽມຢາມໄດ້ດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດພວມພັດທະນາອັນດີງາມ, ພິເສດແມ່ນ ໄດ້ດຳເນີນໃນຈຸດເວລາກ່ອນການຈັດຕັ້ງບັນດາເຫດການໃຫຍ່ຂອງ 2 ປະເທດຄື: ສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍບັນດາຫຼັກການພື້ນຖານຂອງການພົວພັນມິດຕິພາບ ຫວຽດນາມ - ສະຫະພັນ ລັດເຊຍ ໃນ (ປີ 2019) ແລະ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ ໃນ (ປີ 2020).
TAG
VOV/VOVworld/ຫວຽດນາມ/ສະຫະພັນລັດເຊຍ/ຜູກພັນຍຸດທະສາດ

More